ຣັດເຊຍຈະຕອບໂຕ້ແບບສະຫງົບ ຫລັງຖືກອາເມລິກາປິດສະຖານກົງສຸນ
ລັດຖະບານມົດສະກູຈະບໍ່ແຕກຕື່ນຕໍ່ກໍລະນີທີ່ອາເມລິກາສັ່ງປິດສະຖານກົງສຸນຣັດເຊຍປະຈຳເມືອງຊານຟຣານຊິສໂກ, ແຕ່ກຽມການຕອບໂຕ້ແບບສະຫງົບ ແລະ ເປັນມືອາຊີບ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມົດສະກູ ປະເທດຣັດເຊຍ ໃນວັນທີ 1 ກັນຍາວ່າ: ທ່ານ ເຊີເກ ລາບຣອບ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ກ່າວໃນວັນທີ 31 ສິງຫາ ເຖິງກໍລະນີທີ່ລັດຖະບານວໍຊິງຕັນສັ່ງປິດສະຖານກົງສຸນຣັດເຊຍປະຈຳເມືອງຊານຟຣານຊິສໂກ ແລະ ອາຄານເສີມອີກ 2 ແຫ່ງຢູ່ນະຄອນຫລວງວໍຊິງຕັນ ແລະ ນະຄອນນິວຢອກ ພາຍໃນວັນທີ 2 ກັນຍານີ້ຕາມເວລາທ້ອງຖິ່ນວ່າ: ເປັນເລື່ອງໜ້າເສຍໃຈ ແລະ ລັດຖະບານມົດສະກູກຳລັງກວດສອບລາຍລະອຽດຂອງມາດຕະການດັ່ງກ່າວ ເຊິ່ງອາດນຳໄປສູ່ການຕອບສະໜອງຢ່າງເໝາະສົມຕໍ່ໄປ.
Russian Consulate General statement on the unfriendly decision by the American government https://t.co/50AhjNxU1b
— Russian Consulate (@consulrussiaSF) August 31, 2017
ຂະນະທີ່ທ່ານ ອານາໂຕລີ ອັນໂຕນອບ ເອກອັກຄະລັດຖະທູດຣັດເຊຍປະຈຳນະຄອນຫລວງວໍຊິງຕັນຄົນໃໝ່ ເຊິ່ງຫາກໍເດີນທາງເຖິງອາເມລິກາ ກ່າວເຖິງສະຖານະການທີ່ເກີດຂຶ້ນ ໂດຍການອ້າງຄຳກ່າວຂອງທ່ານ ວະລາດິເມຍ ເລນິນ ວ່າ: ການຕອບສະໜອງແບບສະຫງົບເປັນມືອາຊີບ ບໍ່ຈຳເປັນຕ້ອງເຕັ້ນຕາມແບບຕື່ນຕູມ, ແຕ່ສະຖານກົງສຸນຣັດເຊຍປະຈຳເມືອງຊານຟຣານຊິສໂກ ອອກຖະແຫລງການປະນາມຄຳສັ່ງດັ່ງກ່າວຂອງລັດຖະບານວໍຊິງຕັນ ໂດຍສະຖານກົງສຸນແຫ່ງນີ້ອອກວີຊາໃຫ້ພົນລະເມືອງອາເມລິກາຫລາຍກວ່າ 16.000 ຄົນໃນປີຜ່ານມາ.
ທ່ານນາງ ສ.ຮິດເທີ ເນົາເອິດ ໂຄສົກກະຊວງການຕ່າງປະເທດອາເມລິກາ ກ່າວວ່າ: ຄຳສັ່ງປິດສະຖານກົງສຸນຂອງຣັດເຊຍຢູ່ເມືອງຊານຟຣານຊິສໂກ ບໍ່ແມ່ນການເນລະເທດເຈົ້າໜ້າທີ່ການທູດປະຈຳສຳນັກງານແຫ່ງນັ້ນອອກນອກປະເທດ. ໝາຍຄວາມວ່າ: ເຈົ້າໜ້າທີ່ການທູດຂອງຣັດເຊຍສາມາດຍ້າຍໄປປະຕິບັດງານຢູ່ສະຖານເອກອັກຄະລັດຖະທູດ ຫລື ສະຖານກົງສຸນແຫ່ງອື່ນຢູ່ອາເມລິກາໄດ້ ແລະ ອາຄານສະຖານກົງສຸນຍັງຖືເປັນຊັບສິນຂອງລັດຖະບານມົດສະກູ.
ເຖິງຢ່າງໃດກໍຕາມ, ທ່ານນາງ ເນົາເອິດ ກ່າວວ່າ: ການທີ່ໃຫ້ຣັດເຊຍຢຸດພາລະກິດການທູດຢູ່ເມືອງຊານຟຣານຊິສໂກ ຈະສົ່ງຜົນໃຫ້ທັງສອງປະເທດເຫລືອຈຳນວນສະຖານກົງສຸນເທົ່າກັບ ຄື 3 ແຫ່ງ ນອກຈາກສະຖານເອກອັກຄະລັດຖະທູດ ແລະ ມາດຕະການຄັ້ງນີ້ຄືການຕອບໂຕ້ມາດຕະການຂອງລັດຖະບານມົດສະກູ ໃນການຫລຸດຈຳນວນເຈົ້າໜ້າທີ່ການທູດຂອງອາເມລິກາຢູ່ຣັດເຊຍໃຫ້ເຫລືອ 455 ຄົນ ພາຍໃນວັນທີ 1 ກັນຍານີ້ ເຊິ່ງເທົ່າກັບວ່າມີເຈົ້າໜ້າທີ່ສູງເຖິງ 755 ຄົນຕ້ອງອອກຈາກຕຳແໜ່ງ ໂດຍປະທານາທິບໍດີ ວະລາດິເມຍ ປູຕິນ ກ່າວໃນຕອນນັ້ນວ່າ: ເປັນການຕອບໂຕ້ທີ່ສະພາຄອງເກຣດຂອງອາເມລິກາອອກກົດໝາຍຂວ້ຳບາດຣັດເຊຍສະບັບໃໝ່.

