ປີ 2022 ຣັດເຊຍ ມີລາຍໄດ້ຈາກ ນໍ້າມັນ-ອາຍແກັສ ເພີ່ມຂຶ້ນ 28%

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 17 ມັງກອນ 2023 , ທ່ານ ອາເລັກຊານເດີຣ ໂນວັດ ຮອງນາຍົກ ລັດຖະມົນຕີ ຣັດເຊຍ ເປີດເຜີຍວ່າ ໃນປີ 2022, ລາຍໄດ້ ງົບປະມານ ຈາກ ອຸດສາຫະກຳນໍ້າມັນ ແລະ ອາຍແກັສ ຂອງ ຣັດເຊຍ, ເພີ່ມຂຶ້ນ 28% ຫລື 2,5 ພັນຕື້ ຣູເບີລ (ສະກຸນເງິນຣັດເຊຍ) ເມື່ອທຽບໃສ່ ປີຜ່ານມາ. ກ່ອນໜ້ານີ້ ທ່ານ ອາເລັກຊານເດີຣ ໂນວັດ ກ່າວໃນລະຫວ່າງ ກອງປະຊຸມ ຂອງ ລັດຖະບານ ວ່າ: ຜົນຜະລິດນໍ້າມັນ ຂອງ ຣັດເຊຍ ລວມມີ 353 ລ້ານໂຕນ ເມື່ອປີກາຍນີ້, ເພີ່ມຂຶ້ນ 10 ລ້ານໂຕນ ຈາກ ປີ 2021 , ຂະນະທີ່ ການສົ່ງອອກ ນໍ້າມັນ ເພີ່ມຂຶ້ນ 7%, ເຖິງແມ່ນວ່າ ຈະຜະເຊີນກັບ ການຂວໍ້າບາດ ຈາກ ກຸ່ມປະເທດ ຝ່າຍຕາເວັນຕົກ. ສ່ວນການ ສົ່ງອອກອາຍແກັສ ທຳມະຊາດ ປະເພດແຫລວ ໄດ້ເພີ່ມຂຶ້ນ 8% ກວມເອົາ 4,6 ໝື່ນລ້ານແມັດກ້ອນ.

