ມອບ-ຮັບໜ້າທີ່ ຫົວໜ້າຄະນະຄຸ້ມຄອງດ່ານບໍ່ເຕ່ນ ຜູ້ເກົ່າ ແລະ ຜູ້ໃໝ່

ດ່ານສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຄະນະຄຸ້ມຄອງດ່ານ ຂຶ້ນໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມຂອງທ່ານ ຄໍາໄຫລ ສີປະເສີດ ເຈົ້າແຂວງຫລວງນໍ້າທາ, ມີພາກສ່ວນທີ່ກ່ຽວຂ້ອງ, ຄະນະກອງບັນຊາການ ປກສ ແຂວງ, ຫົວໜ້າຄະນະຄຸ້ມຄອງດ່ານພາສີບໍ່ເຕ່ນ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2129/ປກສ ລົງວັນທີ 29 ພະຈິກ 2022 ວ່າດ້ວຍ ການແຕ່ງຕັ້ງ ທ່ານ ພັທ ອໍາໄພ ອິນທະປັນຍາ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ຜູ້ໃໝ່ ແລະ ຍົກຍ້າຍ ທ່ານ ພັທ ຄໍາຕຸ່ນ ບຸນລຽນຂັນ ຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ຜູ້ເກົ່າ ໄປຮັບໜ້າທີ່ຢູ່ກອງບັນຊາການ ປກສ ແຂວງ.
ຕະຫລອດໄລຍະຜ່ານມາ, ຫົວໜ້າຄະນະຄຸ້ມຄອງດ່ານ ໄດ້ເອົາໃຈໃສ່ນໍາພາສຶກສາອົບຮົມດ້ານການເມືອງ-ແນວຄິດ ຕິດພັນກັບການແກ້ໄຂວຽກງານວິຊາສະເພາະ ໃນການຄຸ້ມຄອງກວດກາຄົນເຂົ້າ-ອອກເມືອງ, ການປັບປຸງດ້ານພື້ນຖານໂຄງລ່າງທີ່ພັກອາໄສ ແລະ ອື່ນໆ.
ທ່ານ ພັທ ຄໍາຕຸ່ນ ບຸນລຽນຂັນ ຫົວໜ້າຄະນະຄຸ້ມຄອງດ່ານ ຜູ້ເກົ່າ ກ່າວວ່າ: ດ່ານສາກົນບໍ່ເຕ່ນ ແມ່ນດ່ານໜຶ່ງທີ່ໄດ້ສ້າງຕັ້ງເປັນ ໜ່ວຍພັກເອກະລາດ ຂຶ້ນໃນວັນທີ 31 ກໍລະກົດ 2017 ໂດຍຂຶ້ນກັບອົງຄະນະພັກແຂວງ, ມີຄະນະພັກ 5 ສະຫາຍ, ປະກອບມີ 3 ຈຸພັກ, ມີສະມາຊິກພັກທັງໝົດ 87 ສະຫາຍ, ສະຫາພັນແມ່ຍິງ 30 ສະຫາຍ, ຊາວໜຸ່ມ 40 ສະຫາຍ, ມີພະນັກງານທັງໝົດ 149 ສະຫາຍ ຍິງ 20 ສະຫາຍ.
ໂອກາດນີ້, ທ່ານ ເຈົ້າແຂວງຫລວງນໍ້າທາ ໄດ້ກ່າວສະແດງຄໍາຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໃຫ້ຄະນະຄຸ້ມຄອງດ່ານຜູ້ໃໝ່ ຈົ່ງເອົາໃຈໃສ່ເຮັດໜ້າທີ່ວຽກງານເບິ່ງແຍງຄຸ້ມຄອງການເຂົ້າ-ອອກຂອງພົນລະເມືອງທຸກຊົນຊາດຊົນເຜົ່າ ທີ່ຈະເຂົ້າອອກພາຍໃນດ່ານ ພ້ອມທັງລະດົມຊຸກຍູ້ແນວຄິດພະນັກງານພາຍໃນດ່ານ ໃຫ້ເປັນຈິດໜຶ່ງໃຈດຽວ, ແກ້ໄຂວຽກງານໃຫ້ສໍາເລັດຕາມເປົ້າໝາຍທີ່ພັກ-ລັດມອບໝາຍໃຫ້ຢ່າງສຳເລັດໄປດ້ວຍດີ.

