ອົງການອະນາໄມໂລກແນະນຳໃຫ້ຫລີກລ່ຽງຢານ້ຳແກ້ໄອຂອງອິນເດຍ ຢ້ານຊໍ້າຮອຍເດັກນ້ອຍເສຍຊີວິດໃນອຸຊເບກິດສະຖານ

ອົງການອະນາໄມໂລກ (WHO) ກ່າວວ່າ: ບໍ່ຄວນໃຊ້ຢານໍ້າແກ້ໄອ 2 ຊະນິດ ທີ່ຜະລິດໂດຍບໍລິສັດ ມາຣຽນ ໄບໂອເທັກ ຂອງອິນເດຍ ນໍາເດັກນ້ອຍ ຫລັງຈາກຜະລິດຕະພັນດັ່ງກ່າວມີການເຊື່ອມໂຍງຕໍ່ການເສຍຊີວິດຂອງເດັກນ້ອຍຢ່າງໜ້ອຍ 19 ຄົນ ໃນອຸຊເບກິດສະຖານ.

ວັນທີ 13 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ການວິເຄາະຂອງກະຊວງສາທາລະນະສຸກອຸຊເບກິດສະຖານ ເປີດເຜີຍໃຫ້ເຫັນວ່າ: ຢານໍ້າແກ້ໄອ Ambronol ແລະ DOK-1 Max ມີສານພິດ “ເອທິລີນໄກຄໍ” ເປັນສ່ວນປະກອບ ແລະ ຖືກບໍລິໂພກໃນປະລິມານສູງກວ່າມາດຕະຖານສໍາລັບເດັກ ບໍ່ວ່າຜູ້ປົກຄອງຈະເຂົ້າໃຈຜິດວ່າມັນຄື ຢາດີຫວັດ ຫລື ປະຕິບັດຕາມຄໍາແນະນໍາຂອງແພດກໍຕາມ.

ຈົນຮອດຕອນນີ້, ບໍລິສັດ ມາຣຽນ ໄບໂອເທັກ ຍັງບໍ່ໄດ້ໃຫ້ການຮັບຮອງຕໍ່ WHO ກ່ຽວກັບຄວາມປອດໄພ ແລະ ຄຸນນະພາບຂອງຜະລິດຕະພັນເຫລົ່ານີ້ ເຊິ່ງຫລັງຈາກມີລາຍງານການເສຍຊີວິດໃນອຸຊເບກິດສະຖານບໍ່ດົນ ກະຊວງສາທາລະນະສຸກຂອງອິນເດຍໄດ້ສັ່ງໂຈະການຜະລິດຂອງບໍລິສັດ ອີກທັງທາງການຂອງລັດອຸດຕໍປະເທດ ຍັງໂຈະໃບອະນຸຍາດການຜະລິດຂອງມາຣຽນເຊັ່ນກັນ.

ມາຣຽນ ຍັງບໍ່ມີການສະແດງຄວາມເຫັນຕອບກັບແຕ່ຢ່າງໃດ, ຂະນະທີ່ໃນອາທິດຜ່ານມາ ໜ່ວຍງານຄວາມໝັ້ນຄົງຂອງອຸຊເບກິດສະຖານ ມີການຈັບກຸມຜູ້ຖືກຫາ 4 ຄົນ ໃນການສືບສວນຄະດີການເສຍຊີວິດຂອງເດັກນ້ອຍປະມານ 19 ຄົນ ເຊິ່ງມີການກ່ຽວຂ້ອງກັບຢານໍ້າແກ້ໄອ.

ເຫດການໃນອຸຊເບກິດສະຖານເກີດຂຶ້ນ ຫລັງຈາກການເສຍຊີວິດຂອງເດັກນ້ອຍຢ່າງໜ້ອຍ 70 ຄົນ ໃນແກມເບຍ ໂດຍຄະນະກຳມະການລັດຖະສະພາລະບຸວ່າ: ມີການເຊື່ອມໂຍງກັບຢານໍ້າແກ້ໄອ ທີ່ຜະລິດໂດຍບໍລິສັດ ໄມເດນ ຟາມາຊູຕິຄໍ ຈໍາກັດ ເຊິ່ງຕັ້ງຢູ່ໃນນະຄອນຫລວງນິວເດລີ. ເຖິງຢ່າງໃດກໍຕາມ, ທາງບໍລິສັດປະຕິເສດການກະທໍາຜິດໃດໆ ແລະ ຜູ້ກວດສອບຂອງລັດຖະບານອິນເດຍ ບໍ່ພົບການປົນເປື້ອນໃນຕົວຢ່າງກວດສອບ.