ອັລ ຮີລາລ ທີມດັງຊາອຸ ພ້ອມຈ່າຍຄ່າເມື່ອຍສະຖິຕິໂລກດຶງ ເມສຊີ ຮ່ວມທີມ

ອັລ ຮີລາລ ທີມດັງຂອງຊາອຸດິອາຣະເບຍຕົກເປັນຂ່າວວ່າ ພ້ອມຈ່າຍຄ່າເມື່ອຍໃນລະດັບສະຖິຕິໂລກໃນການດຶງ ລີໂອເນລ ເມສຊີ ກອງໜ້າ ປາຣີສ ແຊັງ ແຊັກແມັງ ມາຮ່ວມທີມ.
ສຳລັບ ເມສຊີ ຈະຫມົດສັນຍາກັບ ເປແອສເຊ ຫລັງຈົບລະດູການນີ້ ເຊິ່ງທີ່ຜ່ານມາມີລາຍງານວ່າສະໂມສອນດັງຂອງຝຣັ່ງພວມ ເຈລະຈາເພື່ອຂະຫຍາຍ ສັນຍາກັບດາວເຕະອາຍຸ 35 ປີລາຍນີ້ ແຕ່ຍັງບໍ່ມີການຕົກລົງຢູ່າງເປັນທາງການ.
ຫລ້າສຸດນັ້ນ ມຸນໂດ ເດປໍຕີໂວ ສື່ສະເປນເປີດເຜີຍວ່າ ອັລ ຮີລາລ ທີມໃຫຍ່ຂອງຊາອຸດິອາຣະເບຍ ສະແດງຄວາມສົນໃຈຄວ້າ ເມສຊີ ໄປເສີມທີມແບບ ບໍ່ມີຄ່າຕົວ ໂດຍຈະຈ່າຍຄ່າເມື່ອຍເຖິງ 145 ລ້ານປອນ ຕໍ່ປີໃຫ້ກັບ ຫົວໜ້າທີມຊາດອາເຈນຕີນາພິຈາລະນາ.
ຫາກ ເມສຊີ ຕອບຮັບຂໍ້ສະເໜີລາວຈະກາຍເປັນນັກເຕະທີ່ໄດ້ຮັບຄ່າເມື່ອຍສູງສຸດຂອງໂລກຄົນໃຫມ່ແຊງ ຄຣິສຕຽນໂນ ໂຣນັລໂດ ກອງໜ້າທີມຊາດໂປຣ ຕຸເກສທີ່ຫາກໍຍ້າຍໄປຢູ່ກັບ ອັລ ນາສເຊີ ອີກຫນຶ່ງສະໂມສອນຂອງຊາອຸດິອາຣະເບຍ ແລະ ໄດ້ຮັບຄ່າເມື່ອຍ 173 ລ້ານປອນຕໍ່ປີ.

