ເມສຊີ ນຳທີມ 14 ນັກເຕະດັງ ຮ່ວມຊີງລາງວັນນັກເຕະດີເດ່ັນຟີຟາ

ລີໂອເນລ ເມສຊີ ດາວຍິງຫົວໜ້າທີມຊາດອາເຈນຕີນາ ນຳທີມ 14 ນັກເຕະດັງເຂົ້າຊີງລາງວັນນັກເຕະດີເດ່ັນແຫ່ງປີຂອງຟີຟາ ປະຈຳປີ 2022 ແຕ່ບໍ່ມີຊື່ ຄຣິສຕຽນໂນ ໂຣນັລໂດ.

ສະຫະພັນບານເຕະນາໆຊາດ (FIFA)  ເປີດເຜີຍ 14 ນັກເຕະຊາຍທີ່ມີໂອກາດຄວ້າລາງວັນນັກເຕະດີເດ່ັນແຫ່ງປີຂອງຟີຟາ ຫລື Best FIFA Men Player ປະຈຳປີ 2022 ອອກມາຮຽບຮ້ອຍແລ້ວ ນຳໂດຍ ລີໂອເນລ ເມສຊີ ດາວຍິງປະສົບການຫລາຍຂອງສະໂມສອນ ປາຣີສ ແຊງ ແຊັກແມັງ ເຊິ່ງພາທີມຊາດອາເຈນຕີນາຄວ້າແຊ໊ມບານໂລກ 2022 ມາຄອງໄດ້ສຳເລັດ.

ນອກຈາກນີ້ ອັສຣາຟ ຮາຄິມິ, ຄີລຽນ ເອັມບັບເປ ແລະ ເນມາ 3 ນັກເຕະຮ່ວມທີມເປແອສເຊ ຂອງ ເມສຊີ ກໍມີຊື່ິຕິດມາດ້ວຍເຊ່ັນດຽວກັນ ສົ່ງຜົນໃຫ້ ທີມນຳ ລີກ ເອິງ ເປັນສະໂມສອນທີ່ມີນັກເຕະຖືກສະເໜີເຂົ້າຊີງລາງວັນໃນປີນີ້ຫລາຍທີ່ສຸດເຖິງ 4 ຄົນ ຕາມມາດ້ວຍ ຣຽວ ມາດຣິດ ຂອງສະເປນ ທີ່ມີນັກເຕະຕິດມາ 3 ຄົນຄື ລູກາ ໂມດຣິດ, ຄາຣິມ ເບນເຊມາ ແລະ ວິນິຊີອຸສ ຈູເນຍ ລວມທັງ ແມນເຊສເຕີ ຊິຕີ ຈາກອັງກິດ ທີ່ມີນັກເຕະຕິດມາ 3 ຄົນເທົ່າກັນຄື ເຄວິນ ເດິ ບຣອຍ, ເອີລິງ ຮາແລນ ແລະ ຮູລຽນ ອັລວາເຣສ.

ສ່ວນ ຄຣິສຕຽນໂນ ໂຣນັລໂດ ດາວຍິງຄົນດັງຊາວໂປຣຕຸເກສ ບໍ່ໄດ້ຖືກສະເໜີຊື່ເຂົ້າຊີງລາງວັນໃນປີນີ້ ຫລັງສ້າງຜົນງານໄດ້ຢ່າງໜ້າຜິດຫວັງກັບທີມຊາດ ໂປຣຕຸເກສ ແລະ ແມນເຊສເຕີ ຢູໄນເຕັດ ກ່ອນທີ່ທັງ 2 ຝ່າຍຈະຕົກລົງຍົກເລີກສັນຍາກັນໃນທີ່ສຸດ.

ສ່ວນ 5 ຜູ້ຈັດການທີມທີ່ຖືກສະເໜີຊື່ເຂົ້າຊີງລາງວັນຄູເຝິກດີເດ່ັນ ຫລື Best FIFA Men Coach  ໄດ້ແກ່ ຄາໂລ ອັນເຊລັອດຕິ (ອິຕາລີ/ຣຽວ ມາດຣິດ), ດີດີເຢ ເດສຊອງ (ຝຣັ່ງ/ທີມຊາດຝຣັ່ງ), ເປບ ກວາດີໂອລາ (ສະເປນ/ແມນ ຊິຕິດ), ວາລິລ ເຣກຣາກຸຍ (ໂມຣ໊ອກໂກ/ວີດັດ ເອຊີ/ທີມຊາດໂມຣ໊ອກໂກ) ແລະ ລີໂອເນລ ສະກາໂລນີ (ອາເຈນຕີນາ/ທີມຊາດອາເຈນຕີນາ).

ຟີຟາ ຈະເຮັດການຕັດລາຍຊື່ຈາກທັງຫມົດ 14 ຄົນ ໃຫ້ເຫລືອພຽງ 3 ຄົນສຸດທ້າຍທີ່ຈະໄດ້ຜ່ານເຂົ້າຊີງລາງວັນນັກເຕະດີເດ່ັນປະຈຳປີ ນີ້ໃນໄລຍະຕົ້ນເດືອນ ໜ້າ ໂດຍຈະເປີດໃຫ້ແຟນບານຮ່ວມລົງຄະແນນສຽງໃນເວັບໄຊຢ່າງເປັນທາງການຂອງຟີຟາຕັ້ງແຕ່ມື້ນີ້ ໄປຈົນເຖິງວັນທີ 3 ກຸມພາ.

ລາຍຊື່ 14 ນັກເຕະທີ່ໄດ້ຜ່ານເຂົ້າຊີງລາງວັນນັກເຕະດີເດ່ັນຂອງຟີຟາປະຈຳປີ 2022 ມີດັ່ງນີ້ :

  1. ລີໂອເນລ ເມສຊີ (ອາເຈນຕີນາ/ເປແອສເຊ)
  2. ຮູລຽນ ອັລວາເຣສ (ອາເຈນຕີນາ/ແມນຊິຕີ)
  3. ຄີລຽນ ເອັມບັບເປ (ຝຣັ່ງ/ເປແອສເຊ)
  4. ຄາຣິມ ເບນເຊມາ (ຝຣັ່ງ/ຣຽວ ມາດຣິດ)
  5. ຈູດ ເບລລິງແຮມ (ອັງກິດ/ດອດມຸນ)
  6. ເຄວິນ ເດິ ບຣອຍ (ເບລຢ້ຽມ/ແມນຊິຕີ)
  7. ເອີຣິງ ຮາແລນ (ນໍເວ/ແມນຊິຕີ)
  8. ອາຊຣາຟ ຮາຄິມີ (ໂມຣ໊ອກໂກ/ເປແອສເຊ)
  9. ວິນີຊີອຸສ ຈູເນຍ (ບຣາຊິລ/ຣຽວ ມາດຣິດ)
  10. ໂຣເບີດ ເລວານດອບສະກີ (ໂປແລນ/ບາເຊໂລນາ)
  11. ຊາດີໂອ ມາເນ (ເຊເນກັລ/ບາເຢິນ ມິວນິກ)
  12. ລູກາ ໂມດຣິດ (ໂຄຣເອເຊຍ/ຣຽວ ມາດຣິດ)
  13. ເນມາ (ບຣາຊິລ/ເປແອສເຊ)
  14. ໂມຮາເຫມັດ ຊາລາ (ອີຢິບ/ລີເວີພູລ).