ແມນຢູ ສຳເລັດການຢືມຕົວ ດາວຍິງເນເທີແລນ ເພີ່ມຄວາມຄົມໃນເກມບຸກກາງອາກາດ

ແມນເຊສເຕີ ຢູໄນເຕັດ ບັນລຸຂໍ້ຕົກລົງໃນການຢືມຕົວ ເວົາ ເວກຮອສ ດາວເຕະທີມຊາດເນເທີແລນ ມາເສີມຄົມໃນແດນໜ້າ ຕາມການຢືນຢັນຂອງ ຟາບຣີຊີໂອ ໂຣມາໂນ ຜູ້ສື່ຂ່າວສະກາຍ ອິຕາລີ.
ການຊື້ຂາຍນີ້ ແມນຢູຈ່າຍເງິນປະມານ 3 ລ້ານຢູໂຣ ເພື່ອໃຫ້ນັກເຕະເຈົ້າຂອງຄວາມສູງ 197 ຊັງຕີແມັດ. ຍົກເລີກສັນຍາຢືມຕົວຈາກ ເບຊິກຕັສ ໃນຕຣຸກີ ໂດຍປັດຈຸບັນຍັງຖືເປັນນັກເຕະໃນສັງກັດຂອງເບີນລີ.
ໂດຍ ເວກຮອສ ຈະບິນມາເຊັນສັນຍາ ແລະ ກວດຮ່າງກາຍກັບແມນຢູໃນມື້ນີ້ ເຊິ່ງການມາຂອງດາວຍິງທີມຊາດເນເທີແລນ ຈະເຮັດໃຫ້ ເອຣິກ ເທນ ຮາກ ຜູ້ຈັດການທີມແມນຢູ ເພີ່ມຄວາມຫລາກຫລາຍໃນເກມບຸກຫລາຍຂຶ້ນ ໂດຍສະເພາະເກມກາງອາກາດ.

