ຝຣັ່ງເຂັ້ມງວດ ຫລັງຄົນຮ້າຍໃຊ້ມີດໄລ່ແທງຝູງຊົນ ໃນສະຖານີລົດໄຟນະຄອນຫລວງປາຣີສ ບາດເຈັບຢ່າງໜ້ອຍ 6 ຄົນ

ວັນທີ 11 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດຄົນຮ້າຍໃຊ້ມີດໄລ່ແທງຝູງຊົນທີ່ຢູ່ໃນສະຖານີລົດໄຟ Gare du Nord ໃນນະຄອນຫລວງປາຣີສ ຂອງຝຣັ່ງ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 6 ຄົນ.
ທ່ານ ເຈີຣາລ ດາມາແນງ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຝຣັ່ງ ກ່າວວ່າ: ຜູ້ຊາຍຖືກສົງໄສວ່າເປັນຜູ້ລົງມືກໍ່ເຫດຖືກເຈົ້າໜ້າທີ່ຕຳຫລວດກໍາລັງເດີນທາງກັບຍິງ 3 ນັດ ກ່ອນຖືກນໍາສົ່ງໂຮງໝໍຈາກອາການບາດເຈັບສາຫັດ.
ເຫດການດັ່ງກ່າວເກີດຂຶ້ນເມື່ອເວລາ 06:42 ໂມງ ຕາມເວລາທ້ອງຖິ່ນ ໂດຍຜູ້ເຄາະຮ້າຍທັງ 6 ຄົນຖືກຄົນຮ້າຍໄລ່ແທງພາຍໃນ 1 ນາທີ ກ່ອນຄົນຮ້າຍຈະຖືກຍິງສະກັດເອົາໄວ້ໄດ້.
ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຝຣັ່ງໄດ້ກ່າວຂອບໃຈເຈົ້າໜ້າທີ່ຕໍາຫລວດ ສໍາລັບການປະຕິບັດໜ້າທີ່ຢ່າງກ້າຫານ ແລະ ມີປະສິດທິພາບ ເຊິ່ງມີສ່ວນສໍາຄັນຕໍ່ການຊ່ວຍຮັກສາຊີວິດຂອງຄົນຈໍານວນຫລາຍ. ພ້ອມກ່າວວ່າ: ມີເຈົ້າໜ້າທີ່ຕໍາຫລວດ 1 ຄົນໄດ້ຮັບບາດເຈັບ.
ເບື້ອງຕົ້ນເຈົ້າໜ້າທີ່ຕໍາຫລວດຍັງບໍ່ເປີດເຜີຍຊື່ ຫລື ລາຍລະອຽດຂອງຜູ້ຊາຍຄົນນີ້ ແລະ ຄາດວ່າອາວຸດທີ່ໃຊ້ລົງມືກໍ່ເຫດຄືກັບອາວຸດມີຄົມທີ່ຜະລິດຂຶ້ນເອງ ໂດຍໄດ້ມອບໝາຍໃຫ້ທີມສືບສວນສອບສວນຄະດີອາດຊະຍາກຳມາຮັບວຽກຕໍ່ແລ້ວ.
ເຫດການດັ່ງກ່າວເຮັດໃຫ້ລົດໄຟທີ່ຕ້ອງແລ່ນອອກຈາກສະຖານີດັ່ງກ່າວເກີດຄວາມຊັກຊ້າໃນຕອນຊົ່ວໂມງຮີບດ່ວນ ໂດຍເຈົ້າໜ້າທີ່ຕໍາຫລວດໄດ້ປິດລ້ອມສະຖານີ ແລະ ເລັ່ງກວດສອບຈຸດເກີດເຫດໃນທັນທີ ເຊິ່ງສະຖານີລົດໄຟ Paris Gare du Nord ແຫ່ງນີ້ ຖືເປັນໜຶ່ງໃນສະຖານີລົດໄຟນາໆຊາດທີ່ມີຄົນມາໃຊ້ບໍລິການຫລາຍທີ່ສຸດໃນເອີຣົບ ຄາດວ່າມີຜູ້ໂດຍສານເດີນທາງມາໃຊ້ບໍລິການປະມານ 7 ແສນຄົນຕໍ່ວັນ.
ອ້າງອີງ:

