ເກີດເຫດລົດບັນທຸກສິນຄ້າ 22 ລໍ້ ເສຍຫລັກຕົກເຫວ ຢູ່ເມືອງຫ້ວຍຊາຍ ເສຍຊີວິດຄາທີ່ 2 ຄົນ

ແຫລ່ງຂ່າວແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 6 ມັງກອນ 2023 ຜ່ານມາ ໄດ້ເກີດເຫດລົດບັນທຸກສິນຄ້າ 22 ລໍ້ ເສຍລັກຕົກເຫວ ຢູ່ດອຍນໍ້ານາງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ.
ເຈົ້າໜ້າທີ່ພະແນກຕໍາຫລວດຈະລາຈອນ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ກ່ອນເກີດເຫດລົດບັນທຸກຄັນດັ່ງກ່າວ ໄດ້ບັນທຸກສິນຄ້າເຕັມຄັນລົດ; ພໍມາຮອດຈຸດເກີດເຫດລົດໄດ້ເສຍຫລັກຕົກລົງເຫວ ເຮັດໃຫ້ ທ້າວ ຄຳ ອາຍຸ 20 ປີ ຢູ່ບ້ານນໍ້າຄານ ແລະ ທ້າວ ລັດ ອາຍຸ 24 ປີ ຢູ່ບ້ານທາລີ່ໃຕ້ ທັງສອງຢູ່ເມືອງນໍ້າບາກ ແຂວງຫລວງພະບາງ ຜູ້ຂັບຂີ່ລົດຄັນດັ່ງກ່າວ ເສຍຊີວິດຄາທີ່.
ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 8 ມັງກອນ 2023, ໄດ້ເກີດເຫດລົດໃຫຍ່ຕໍາກັບລົດຈັກ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ເຮັດໃຫ້ ທ້າວ ກ້ອງ ອາຍຸ 19 ປີ ຢູ່ບ້ານປ່າອ້ອຍ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່; ຕໍ່ມາໃນວັນທີ 9 ມັງກອນ 2023, ມີລົດບັນທຸກຕົກເຫວອີກຄັນ ຢູ່ດອຍນໍ້າເລັ່ງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຮັດໃຫ້ຜູ້ຂັບຂີ່ສອງຄົນໄດ້ຮັບບາດເຈັບສົມຄວນ.
