ລີເວີພູລ ຈັບ ມໍຕັນ ເຊັນສັນຍາສະບັບໃຫມ່ ເພືອອະນາຄົດຂອງທີມ
ໄທເລີ ມໍຕັນ ກອງກາງອະນາຄົດໄກ ໄດ້ຮັບສັນຍາສະບັບໃຫມ່ຈາກ ລີເວີພູລ ຮຽບຮ້ອຍແລ້ວ ເຖິງວ່າລະດູການນີ້ຖືກປ່ອຍຕົວໃຫ້ ແບລັກເບີນ ໂຣເວີ ຢືມໃຊ້ງານ.
ລີເວີພູລ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ປະກາດຢືນຢັນ ເມື່ອວັນພຸດທີ 11 ມັງກອນ ທີ່ຜ່ານມາວ່າ ໄທເລີ ມໍຕັນ ກອງກາງດາວຮຸ່ງຊາວອັງກິດ ໄດ້ຈັບປາກກາເຊັນສັນຍາໄລຍະຍາວສະບັບໃຫມ່ກັບສະໂມສອນຮຽບຮ້ອຍແລ້ວ.
ປັດຈຸບັນ ດາວເຕະອາຍຸ 20 ປີ ພວມຫລິ້ນໃຫ້ກັບ ແບລັກເບີນ ໂຣເວີ ພາຍໃຕ້ສັນຍາຢືມຕົວ ແຕ່ລາວໄດ້ຫວນກັບມາ ເພື່ອເຊັນສັນຍາສະບັບໃຫມ່ກັບ ລີເວີພູລ.
“ ຂ້ອຍດີໃຈຫລາຍ ມັນເປັນເຫມືອນຝັນຂອງຂ້ອຍໄດ້ກາຍເປັນຄວາມຈິງ ນີ້ຄືບ່ອນທີ່ຂ້ອຍຢາກຢູ່ ນີ້ຄືສະໂມສອນທີ່ຂ້ອຍຢາກຫລິ້ນໃຫ້ ຂ້ອຍດີໃຈທີ່ສຸດ ຂ້ອຍອົດໃຈຖ້າສິ່ງທີ່ຈະເກີດຂຶ້ນໃນອະນາຄົດບໍ່ໄດ້ແລ້ວ ”.
ສຳລັບ ມໍຕັນ ລົງຫລິ້ນໃຫ້ລີເວີພູລໄປແລ້ວ 9 ນັດ ນັບຕັ້ງແຕ່ກ້າວຂຶ້ນສູ່ທີມຊຸດໃຫຍ່ເມື່ອປີ 2021 ແລະ ລະດູການນີ້ລາວລົງສະໜາມໃຫ້ ແບລັກເບີນ ໄປແລ້ວລວມທຸກລາຍການເຖິງ 28 ນັດ.

