ລາວ-ຫວຽດນາມ ລົງນາມເອກະສານຮ່ວມມືສອງຝ່າຍ 10 ສະບັບ

ໃນໂອກາດ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນ ທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 11-12 ມັງກອນ 2023 ນີ້ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເຊິ່ງພາຍຫລັງສໍາເລັດການພົບປະກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານຮ່ວມມືສອງຝ່າຍ 10 ສະບັບຄື:

1 ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງກົນໄກການປຶກສາຫາລືວຽກງານການທູດເສດຖະກິດ ລະ ຫວ່າງກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດ ນາມ;

2 ບົດບັນທຶກຄວາມເຂົ້າໃຈວ່າດ້ວຍແຜນງານການຄົ້ນຄວ້າ ແລະ ຝຶກອົບຮົມໃຫ້ແກ່ນັກການທູດ ແລະພະ ນັກງານກະຊວງການຕ່າງປະເທດລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ;

3 ສົນທິສັນຍາວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນທາງດ້ານຍຸຕິທໍາໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ;

4 ສັນຍາລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມວ່າດ້ວຍຄູ່ຮ່ວມມືດີຈິຕອນ;

5 ອະນຸສັນຍາວ່າດ້ວຍການຮ່ວມມືກໍ່ສ້າງບຸກຄາລະກອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ;

6 ແຜນການຮ່ວມມືປີ 2023 ລະຫວ່າງກະຊວງສຶກສາທິການ ແລະ ກິລາແຫ່ງ ສປປ ລາວ ແລະ ກະ ຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ;

7 ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງສາທາລະນະສຸກແຫ່ງ ສປປ ລາວ ແລະ ກະຊວງສາທາລະ ນະສຸກ ແຫ່ງ ສສ ຫວຽດນາມ;

8 ບົດບັນທຶກການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບລະຫວ່າງແຂວງຈໍາປາສັກແຫ່ງສປປ ລາວ ແລະ ແຂວງກວາງຈິ ແຫ່ງ ສສ ຫວຽດນາມ;

9 ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານນະວັດຕະກໍາທາງດ້ານການເງິນ ແລະ ລະບົບຊໍາລະ ລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດຫວຽດນາມ;

10 ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງແຫ່ງ ສປປ ລາວ ແລະ ກະ ຊວງຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ສສ ຫວຽດນາມ ກ່ຽວກັບການຮ່ວມມືຮອບດ້ານຂົງເຂດຄົມມະນາ ຄົມ ແລະ ຂົນສົ່ງທາງນໍ້າ.