ຕັ້ງເປົ້າການເຕີບໂຕ GDP ໃຫ້ໄດ້ 4,5% ເຖິງແມ່ນວ່າປະເທດຈະຢ່າໃນທ່າມກາງສະພາບຄວາມຫຍຸ້ງເສດຖະກິດກໍຕາມ

ວັນທີ 9  ມັງກອນ 2023 ຜ່ານມານີ້ ກະຊວງການເງິນ ຈັດກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກກະຊວງການເງິນຄັ້ງທີ 4 ສະໄໝທີ III, ໂດຍການເປັນປະທານ ຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະປະຈຳພັກກຳມະການພັກສະມາຊິກພັກຈາກສະຖາບັນ ວິສາຫະກິດ ແລະ ບັນດາກົມພາຍໃນກະຊວງການເງິນເຂົ້າຮ່ວມ.

ໃນທ່າມກາງບັນຫາຫຍຸ້ງຍາກສິ່ງທ້າທາຍຕ່າງໆ ຈາກພາຍໃນ ແລະ ພາກພື້ນ ທີ່ສິຕໍ່ສົງຜົນກະທົບຕໍ່ ເສດຖະກິດຂອງລາວ ເວົ້າສະເພາະ ແມ່ນບັນຫາອັດຕາເງິນເຟີ້ ແລະ ລາຄານໍ້າມັນທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນກໍ່ຄືພະນັກງານທົ່ວປະເທດ ໂດຍສະເພາະສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບຂອງກະຊວງການເງິນ.

ໃນປີ 2023 ເປັນປີທີ່ ມີການສະສົມບັນຫາທີ່ໜັກໜ່ວງທີ່ສຸດ ຂອງຂະແໜງການເງິນ ໃນຫຼາຍດ້ານເປັນຕົ້ນແມ່ນການແບກຫາບພາລະໜີ້ສາທາລະນະທັງພາຍໃນ ແລະ ຕ່າງປະເທດຕ້ອງແກ້ໄຂການຄວບຄຸມລາຄາສິນຄ້າ, ແກ້ໄຂຄ່າຄອງຊີບໃຫ້ແກ່ພະນັກງານລັດຖະກອນທົ່ວປະເທດ ແຕ່ເຖິງຢ່າງໃດກໍດີ ພາຍໃຕ້ການຊີ້ນຳໆພາຂອງພັກ ແລະ ລັດ ໃນໄລຍະຜ່ານມາ ທາງພາກສ່ວນກ່ຽວຂ້ອງ ແມ່ນສາມາດແກ້ໄຂບັນຫາປະຄັບປະຄອງໃຫ້ຢູ່ໃນຈັງຫວະທີ່ດີໄວ້ໄດ້ ສາມາດຮັກສາໄດ້ຄວາມສະຫງົບໂດຍພື້ນຖານ, ຮັກສາໄດ້ຄວາມໝັ້ນທ່ຽງຂອງເສດຖະກິດແຫ່ງຊາດ ຊຶ່ງພັກ ແລະ ລັດແມ່ນຈະໄດ້ສືບຕໍ່ຮັກສາການເຕີບໂຕຂອງຈີດີພີ ໃຫ້ໄດ້ 4,5% ແລະ ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າສິນຄ້າຈາກພາຍນອກ ແລະ ອື່ນໆ

ເຖິງຢ່າງໃດກໍຕາມຕໍ່ກັບບັນດາສິ່ງທ້າທາຍ ຂໍ້ຫຍຸ້ງຍາກດັ່ງກ່າວນັ້ນ ທາງກະຊວງການເງິນກໍໄດ້ມີກົນໄກວິທີທາງອອກທີ່ດີ ໂດຍກຳນົດແຜນງານຢ່າງລະອຽດ ຢ່າງຍືນຍົງ ໃນການຮັບມືກັບບັນຫາຕ່າງໆ ໂດຍພາຍໃຕ້ການຊີ້ນຳໆພາຢ່າງໃກ້ສິດຂອງພັກ ແລະ ລັດ ເຊື່ອແນ່ວ່າສະມາຊິກພັກກະຊວງການເງິນຈະສາມາດຜ່ານຜ່າອຸປະສັກຕ່າງໄປດ້ວຍດີ ຢ່າງແນ່ນອນ.