ເຊລຊີ ບັນລຸຂໍ້ຕົກລົງຢືມ ເຟລິກ ດ້ວຍວາຈາຮຽບຮ້ອຍແລ້ວ

ເຊລຊີ ໃກ້ໄດ້ນັກເຕະໃຫມ່ເສີມທີມອີກຄົນ ຫລັງບັນລຸຂໍ້ຕົກລົງໃນການຢືມຕົວ ຊູເອົາ ເຟລິກ ດາວຍິງຮຸ່ນສູງຂອງ ແອດເລຕີໂກ ມາດຣິດ ມາຮ່ວມທີມດ້ວຍວາຈາແລ້ວ.
ເຊລຊີ ທີມໃຫຍ່ພຣີເມຍລີກ ອັງກິດ ບັນລຸຂໍ້ຕົກລົງໃນການຢືມຕົວ ຊູເອົາ ເຟລິກ ດາວຍິງພອນສະຫວັນຂອງ ແອດເລຕີໂກ ມາດຣິດ ທີມເກ່ັງແຫ່ງລາລີກາ ສະເປນ ມາເສີມກອງໜ້າດ້ວຍວາຈາແລ້ວ.
The Athletic UK ສື່ຊື່ດັງໃນອັງກິດ ລາຍງານວ່າເຖິງວ່າທັງ 2 ຈະຍັງບໍ່ໄດ້ເຊັນສັນຍາກັນຢ່າງເປັນທາງການ ແຕ່ຄາດວ່າ ເຊລຊີ ຈະຕ້ອງຈ່າຍຄ່າຢືມ ຕົວລວມຄ່າເມື່ອຍຂອງ ເຟລິກ ປະມານ 9,68 ລ້ານປອນ ເຊິ່ງຕຳ່ກວ່າທີ່ ແອັດ ມາດຣິດ ເຄີຍຮຽກຮ້ອງເອົາໄວ້ທີ່ 18,6 ລ້ານປອນ ອ່າວຫລາຍ.
ທັງນີ້ນອກຈາກ ເຊລຊີ ແລ້ວ ຍັງມີ ແມນເຊສເຕີ ຢູໄນເຕັດ ແລະ ອາເຊນອລ ທີ່ສົນໃຈໃນຕົວ ເຟລິກ ຢູ່ເຊັ່ນກັນ ແຕ່ ດາວຍິງທີມຊາດໂປຣຕຸເກສ ຫນ້າຈະຕັດສິນໃຈເລືອກຍ້າຍໄປລ່າຕາໜ່າງຍັງຖິ່ນສະແຕມຟອດ ບຣິດ ຫລາຍກວ່າເນື່ອງມັກໃນແຜນການເຮັດທີມຂອງເຊລຊີ ນັ້ນເອງ.

