ໄຟໄໝ້ ຮ້ານຂາຍອາໄຫລ່ເຄື່ອງລົດ ຢູ່ແຂວງອຸດົມໄຊ ຍັງບໍ່ຮູ້ສາເຫດ ແລະ ບໍ່ມີຂໍ້ມູນຄວາມເສຍຫາຍ

ໜ່ວຍກູ້ໄພສຸກເສີນອົງການກາແດງ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ວັນທີ 9 ມັງກອນ 2023 ເວລາ 19:40 ນີ້ ໄດ້ຮັບແຈ້ງຈາກປະຊາຊົນວ່າເກີດເຫດໄຟໄໝ້ ຮ້ານຂາຍເຄື່ອງມືໄຟຟ້າ ແລະ ສາຍໄຟ, ອາໄຫລ່ເຄື່ອງຈັກກາຊວນ, ອາໄຫລ່ເຄື່ອງລົດຈັກ ຢູ່ທີ່ບ້ານ ນາສ້າວ ເມືອງໄຊ ແຂວງ ອຸດົມໄຊ ເຈົ້າໜ້າທີ່ຫລາຍພາກສ່ວນຈຶ່ງໄດ້ລະດົມກຳລັງຊ່ວຍກັນມອດໄຟຄັ້ງນີ້ຈົນສຳເລັດ.
ຈາກເຫດການຄັ້ງນີ້ໄດ້ມີ ເຈົ້າໜ້າທີ່ໄດ້ຮັບບາດເຈັບຈາກເຫດໄຟໄໝ້ໃນຄັ້ງນີ້ ຈຳນວນ 4 ຄົນ. ໂຊກດີທີ່ເປັນການບາດເຈັບພຽງເລັກໜ້ອຍເທົ່ານັ້ນ ທາງໜ່ວຍກູ້ໄພອົງການກາແດງແຂວງອຸດົມໄຊຈຶ່ງໄດ້ໃຫ້ການປະຖົມພະບານເບື້ອງຕົ້ນ ທີ່ຈຸດເກີດເຫດ.
ສ່ວນສາເຫດທີ່ພາໃຫ້ເກີດໄຟໄໝ້ດັ່ງກ່າວຍັງບໍ່ຮູ້ສາເຫດຊັດເຈນ ແລະ ມູນຄ່າຄວາມເຍຫາຍແມ່ນຍັງຢູ່ໃນຂັ້ນຕອນການສືບສວບສອບສວບຂອງເຈົ້າໜ້າທີ່ ຫາກມີລາຍລະອຽດທີມຂ່າວຈະລາຍງານໃຫ້ທ່ານໄດ້ຮັບຊາບພາຍຫລັງ.