ເປີດຂາຍຊອງປະມູນໄມ້ ແຕ່ວັນທີ 9-13/1/2023 ຂາຍຊອງປະມູນ 500.000 ກີບ/ຊອງ

ວັນທີ 19 ທັນວາ 2022 ຜ່ານມານີ້ ກົມພາສີ  ກະຊວງການເງິນ  ແຈ້ງການເປີດປະມູນ  ສິນຄ້າ, ເຄື່ອງຂອງປະເພດໄມ້ແປຮູບ ທ່ານທີ່ມີຄວາມສົນໃຈ ຢາກເຂົ້າຮ່ວມປະມູນແຂ່ງ ຂັນລາຄາ ລະອຽດແມ່ນໃຫ້ຕິດຕໍ່, ຊື້ຊອງປະມູນ ແລະ ສາມາດເບິ່ງສິນຄ້າ, ເຄື່ອງຂອງຕົວຈິງໄດ້ທີ່ ພະແນກສືບສວນ- ສອບສວນ ແລະ ປາບປາມການລັກລອບຫນີພາສີ ຕັ້ງຢູ່ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ການຂາຍຊອງປະມູນແມ່ນ ໃນລາຄາຂາຍຊອງປະມູນ 500.000 ກີບ/ຊອງ ເລີ່ມແຕ່ວັນທີ 9/1/23 ຫາ ວັນທີ 13/01/2023 (ວັນ ແລະ ເວລາລັດຖະການ) ແລະ ວັນທີເປີດຊອງປະມູນແມ່ນ ວັນທີ 16 ມັງກອນ 2023 ເວລາ 14 ໂມງ 00 ນາທີ, ທີ່ຫ້ອງປະຊຸມກົມພາສີ ຂອງພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບຫນີພາສີ, ກົມພາສີ, ກະຊວງການເງິນ.