ແມນຢູ ມີແຜນຢືມ ເວກຮອສ ເສີມໜ້າແກ້ໄຂຂາດກອງໜ້າ

ແມນເຊສເຕີ ຢູໄນເຕັດ ພວມໄລ່ລ່າຫາກອງໜ້າເສີມທີມແທນ ຄຣິສຕຽນໂນ ໂຣນັລໂດ ຫລ້າສຸດມີຂ່າວສົນໃຈຢືມ ເວົາ ເວກຮອສ ກອງໜ້າທີມຊາດເນເທີແລນ ແກ້ໄຂສະຖານະການ.
Sky Sport ສື່ກິລາຊື່ດັງໃນປະເທດອັງກິດ ລາຍງານວ່າ : ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງພຣີເມຍລີກອັງກິດ ພວມສົນໃຈທີ່ຈະຢືມ ເວົາ ເວກຮອສ ກອງໜ້າຮ່າງໃຫຍ່ທີມຊາດເນເທີແລນ ມາເສີມກອງໜ້າແທນ ຄຣິສຕຽນໂນ ໂຣນັລໂດ ທີ່ອຳລາທີມໄປເມື່ອງໄລຍະເດືອນພຶດສະພາທີ່ຜ່ານມາ.
ເວລານີ້ ດາວຍິງອາຍຸ 30 ປີ ເຈົ້າຂອງສ່ວນສູງ 197 ຊັງຕີແມັດນັ້ນ ເປັນນກເຕະໃນສັງກັດຂອງ ເບີນລີ ທີມໃນລີກ ເດິ ແຊ໊ມປຽນຊິບ ແຕ່ປ່ອຍໃຫ້ ເບຊິກຕັສ ດຶງຕົວໄປຮ່ວມທີມດ້ວຍສັນຍາຢືມຕົວ 1 ລະດູການ ຕັ້ງແຕ່ເມື່ອລະດູການຜ່ານມາ.
ແນວໃດກໍຕາມ ມີຂ່າວວ່າ : ແມນຢູ ສົນໃຈທີ່ຈະຢືມຕົວ ເວກຮອສ ມາແກ້ຂັດໄລຍະເປີດຕະຫລາດນັກເຕະເດືອນມັງກອນນີ້ ກ່ອນຈະເດີນໜ້າຫາກອງໜ້າຕົວເປົ້າມາເສີມທີມຢ່າງຈິງຈັງຕໍ່ໄປໃນໄລຍະດູຮ້ອນ ໂດຍມີຂ່າວວ່າ ແມນຢູ ໄດ້ເຮັດການຕິດຕໍ່ໄປ ເບີນລີ ເຊິ່ງເປັນຕົ້ນສັງກັດທີ່ແທ້ຈິງຂອງນັກເຕະໃນເບື້ອງຕົ້ນແລ້ວ ແຕ່ຕ້ອງໃຫ້ ເບຊິກຕັສ ຍອມຍົກເລີກສັນຍາຢືມຕົວກ່ອນ ຈຶ່ງຈະມີໂອກາດໄດ້ດາວເຕະລາຍນີ້ມາຮ່ວມທີມ.

