ຈີນລາຍງານມີຜູ້ເສຍຊີວິດຈາກໂຄວິດ ເພີ່ມອີກ 3 ຄົນ

ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງຈີນເປີດເຜີຍໃນວັນທີ 7 ມັງກອນວ່າ: ຈີນລາຍງານຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໃໝ່ໃນປະເທດຈຳນວນ 3 ຄົນໃນວັນທີ 6 ມັງກອນ ຫລັງຈາກມີຜູ້ເສຍຊີວິດຈາກໂຄວິດຈຳນວນ 5 ຄົນໃນວັນທີ 5 ມັງກອນ.
ສ່ວນຈໍານວນລວມຜູ້ເສຍຊີວິດຢ່າງເປັນທາງການຂອງຈີນໃນປັດຈຸບັນມີທັງໝົດ 5,267 ຄົນ.
ສໍານັກຂ່າວຣອຍເຕີລາຍງານວ່າ: ໂຮງໝໍໃນຈີນກໍາລັງຖືກກົດດັນຢ່າງໜັກ ໂດຍມີຜູ້ຕິດເຊື້ອໂຄວິດ-19 ເຂົ້າຮັບການປິ່ນປົວເປັນຈໍານວນຫລາຍ ຫລັງຈາກຈີນຍົກເລີກມາດຕະການໂຄວິດເປັນສູນໃນເດືອນຜ່ານມາ ເຮັດໃຫ້ຂາດເຂີນຢາປິ່ນປົວພະຍາດໂຄວິດ-19 ຂະນະທີ່ເກີດບັນຫາຕຽງບໍ່ພໍ ແລະ ຜູ້ຕິດເຊື້ອລົ້ນໂຮງໝໍ.

