ໃນປີ 2022 ອົງການກາແດງແຫ່ງຊາດລາວ ໄດ້ຮັບການບໍລິຈາກເລືອດຫລຸດຄາດໝາຍ 1.024 ຖົງ

ຈາກບົດລາຍງານການຮັບບໍລິຈາກເລືອດ ທົ່ວປະເທດ ປະຈຳປີ 2022 ຂອງສະຖາບັນເລືອດແຫ່ງຊາດ ຫົວໜ້າ ອົງການກາແດງລາວໃຫ້ຮູ້ວ່າ:  ເປົ້າໝາຍແຜນການຕ້ອງບັນລຸທົ່ວປະເທດ ໝົດປີ 2022 ໃຫ້ໄດ້ 68.000 ຖົງ (ສູນກາງ 28.500 ຖົງ ທ້ອງຖິ່ນ 39.500ຖົງ) ເຊິ່ງແຕ່ເດືອນມັງກອນ ຫາ ເດືອນທັນວາ 2022 ທົ່ວປະເທດຮັບບໍລິຈາກເລືອດໄດ້ 66.976 ຖົງ (ທຽບໃສ່ແຜນການປະຕິບັດໄດ້ 98% ) ຫຼຸດຄາດໝາຍ 1.024 ຖົງ.

ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ສາເຫດເຮັດໃຫ້ການຮັບບໍລິຈາກເລືອດ ບໍ່ສາມາດບັນລຸໄດ້ຕາມເປົ້າໝາຍ ມີຫຼາຍສາເຫດ ທັງໃນຕົວ ແລະ ນອກຕົວ ໂດຍສະເພາະສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ເງື່ອນ ໄຂອື່ນໆ ຈາກການສະຫຼຸບການຮັບບໍລິຈາກເລືອດ ທົ່ວປະເທດ ແຕ່ເດືອນ 1-12 ປີ 2022 ເປົ້າໝາຍແຜນການຕ້ອງບັນລຸ 68.000 ຖົງ (ສູນກາງ 28.500 ຖົງ ທ້ອງຖິ່ນ 39.500ຖົງ) ຕົວຈິງຮັບບໍລິຈາກເລືອດໄດ້ 66.976 ຖົງ (ທຽບໃສ່ແຜນການປະຕິບັດໄດ້ 98% ) ຫຼຸດຄາດໝາຍ 1.024 ຖົງ ໃນນີ້ ສູນກາງຮັບບໍລິຈາກເລືອດໄດ້ 31.543 ຖົງ (ແຜນການ 28.500 ຖົງ ລື່ນແຜນການ ປະຕິບັດໄດ້ 110%) ທ້ອງຖີ່ນ ຮັບບໍລິຈາກເລືອດໄດ້ 35.433 ຖົງ (ແຜນການ 39.500 ຖົງ ຫຼຸແຜນການ ປະຕິບັດໄດ້ 90%).

ເພື່ອສືບຕໍ່ປະຕິບັດໜ້າທີ່ ອີງຕາມແຜນຍຸດທະສາດວຽກງານປຸກລະດົມການບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ແລະ ສະພາແຫ່ງຊາດ ຮັບຮອງ ໃນປີ 2023 ພວກເຮົາຕ້ອງສູ້ຊົນໃຫ້ບັນລຸ 73.000 ຖົງ ຈຶ່ງສະເໜີສູນເລືອດແຕ່ລະແຂວງໄດ້ກໍານົດແຜນການປຸກລະດົມການບໍລິຈາກເລືອດ ພາຍໃນແຂວງຂອງຕົນໃຫ້ເປັນອັນລະອຽດ ໂດຍວາງຕົວເລກຄາດໝາຍສູ້ຊົນໃຫ້ແຕ່ລະກຸ່ມເປົ້າໝາຍຕ່າງໆ ໃຫ້ກໍານົດຕາຕະລາງ ປະຕິທິນອອກຮັບບໍລິຈາກເລືອດຕາມສະຖານທີ່ຕ່າງໆຮ່ວມກັບພາກສວ່ນເປົ້າໝາຍຕ່າງໆໃນຕະຫຼອດປີ 2023 ໂດຍຮັບປະກັນ ໃຫ້ມີການອອກຮັບບໍລິຈາກເລືອດຢ່າງຕໍ່ເນື່ອງເປັນປົກກະຕິ ຊ່ວຍຊີ້ນໍາ ອໍານວຍຄວາມສະດວກ ແລະ ອອກແຮງປຸກລະດົມການ ບໍລິຈາກເລືອດໃນຫຼາຍຮູບການຂຶ້ນກັບສະພາບຕົວຈິງ ນອກຈາກຮັບບໍລິຈາກເລືອດປະຈໍາວັນຢ່າງປົກກະຕິແລ້ວ ຕ້ອງໄດ້ເຮັດຫຼາຍວິທີການອີກຕື່ມເຊັ່ນ ໃຫ້ສົ່ງຂໍ້ຄວາມສັ້ນ ໂທລະສັບເຊີນຊວນ ໂຄສະນາທາງສື່ມວນຊົນ ສື່ອອນລາຍ ສ້າງຂະບວນການໃນວັນສໍາຄັນຕ່າງໆ ແລະ ອື່ນໆ ເພື່ອໃຫ້ມີການຮັບບໍລິຈາກເລືອດຫຼາຍຂຶ້ນ ແນໃສ່ໃຫ້ມີເລືອດຕອບສະໜອງຢ່າງພຽງພໍ ປອດໄພ ແລະ ທັນເວລາ ພ້ອມລາຍງານເລືອດປະຈໍາວັນ ເພື່ອສົ່ງເລືອດຊ່ວຍເຫຼືອເຊິ່ງກັນ ແລະ ກັນ.