ທະນາຄານແຫ່ງ ສປປ ລາວ ເປີດຈຳໜ່າຍພັນທະບັດງວດທີ 2 ມູນຄ່າ 1000 ຕື້ກີບ

ວັນທີ 5 ມັງກອນ 2022 ນີ້ ຫ້ອງການ ທະນາຄານແຫ່ງ ສປປ ລາວ ແຈ້ງວ່າ: ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍເງິນຕາ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ບົນພື້ນຖານໃຫ້ບັນລຸໄດ້ຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ສະນັ້ນ, ໃນວັນທີ 09 ມັງກອນ 2023 ເປັນຕົ້ນໄປ ທະນາຄານແຫ່ງ ສປປ ລາວ ຈະໄດ້ມີການສືບຕໍ່ອອກຈໍາໜ່າຍພັນທະບັດ ທຫລ ສະກຸນເງິນ ກີບ ງວດທີ 2 ໃນວົງເງິນຈໍາໜ່າຍ 1.000.000.000.000 ກີບ (ໜຶ່ງພັນຕື້ກີບ) ໂດຍຈະຈໍາໜ່າຍຜ່ານທະນາຄານ ທຸລະກິດ 7 ແຫ່ງ ທີ່ເປັນຕົວແທນຈໍາໜ່າຍ ດັ່ງລຸ່ມນີ້:
1) ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ;
2) ທະນາຄານ ພັດທະນາລາວ ຈໍາກັດ;
3) ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ;
4) ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈໍາກັດ;
5) ທະນາຄານ ຮ່ວມພັດທະນາ;
6). ທະນາຄານ ອຸດສະຫະກໍາ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫຼວງ (ໄອຊີບີຊີ);
7) ທະນາຄານ ບີໄອຊີ ລາວ ຈໍາກັດ.
❖ ພັນທະບັດ ທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ງວດທີ 2 ທີ່ອອກຈໍາໜ່າຍ ມີຄຸນລັກສະນະຕົ້ນຕໍ
- ວົງເງິນຈໍາໜ່າຍ 000.000.000.000 ກີບ (ຫນຶ່ງພັນຕື້ກີບ);
- ອາຍຸພັນທະບັດ 06 ເດືອນ ບໍ່ສາມາດປ່ຽນມືໄດ້;
- ອັດຕາດອກເບ້ຍ 20% ຕໍ່ປີ ຊໍາລະຕົ້ນທຶນ ແລະ ດອກເບ້ຍຄັ້ງດຽວ ເມື່ອຄົບກໍານົດໄຖ່ຖອນພັນທະບັດ;
- ເປັນພັນທະບັດຮູບແບບເອເລັກໂຕຣນິກ ບໍ່ມີໃບພັນທະບັດເປັນເຈ້ຍ ແຕ່ຈະມີການອອກໜັງສືຢັ້ງຢືນ ການຖືຄອງພັນທະບັດ ຫຼື ເອີ້ນວ່າ “BOL Bill Certificate” ຈາກທະນາຄານທຸລະກິດທີ່ເປັນຕົວແທນຈໍາໜ່າຍໃຫ້ແກ່ເຈົ້າຂອງພັນທະບັດ;
- ຜູ້ທີ່ມີເງື່ອນໄຂໃນການຊື້ພັນທະບັດແມ່ນ ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ ນັບແຕ່ 1 ປີ ຂຶ້ນໄປ, ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບເງິນຝາກ;
- ມູນຄ່າຈໍາໜ່າຍພັນທະບັດຕໍ່າສຸດແມ່ນ 000 ກີບ (ໜຶ່ງແສນກີບ); ໃນນັ້ນ, ບຸກຄົນສາມາດຊື້ໄດ້ ສູງສຸດ ບໍ່ເກີນ 2.000.000.000 (ສອງຕື້ກີບ) ແລະ ນິຕິບຸກຄົນ ສາມາດຊື້ໄດ້ສູງສຸດ ບໍ່ເກີນ 10.000.000.000 (ສິບຕື້);
ສະນັ້ນ, ບັນດາທ່ານຜູ້ທີ່ມີຄວາມສົນໃຈຊື້ພັນທະບັດ ທຫລ ສະກຸນເງິນກີບ ງວດທີ 2 ແມ່ນສາມາດເຂົ້າ ໄປພົວພັນກັບທະນາຄານທຸລະກິດທີ່ເປັນຕົວແທນຈໍາໜ່າຍ ນັບແຕ່ວັນທີ່ເລີ່ມຈໍາໜ່າຍ ເປັນຕົ້ນໄປ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ.

