ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານວັນທີ 5 ມັງກອນ 2023 ນີ້ວ່າ: ວັນທີ 7 ຕຸລາ 2022 ຜ່ານມານີ້ ມີເສຍຫາຍ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ເລື່ອງມີຜູ້ເຟສບຸກອອກຊື່ “ຈັນສະໝອນ ດວງໃຈ Junsamone Dungjai” ພ້ອມໂຊເບີວອດແອັບ ໂພສລົງທາງເຟສບຸກ ວ່າ: ຮັບແລ່ນທວງເງິນຄືນໃຫ້ຜູ້ເສຍຫາຍກ່ຽວກັບຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ພວມດຳເນີນຄະດີຢູ່; ຈາກນັ້ນ ໄດ້ມີຜູ້ຫຼົງເຊື່ອ ຕິດຕໍ່ຫາ ນາງ ແຄັດຕີ້ ໄຊຍະລາດ ຜ່ານເບີວອດແອບດັ່ງກ່າວ ແລະ ຖືກຜູ້ກ່ຽວຕົວໃຫ້ໂອນເງິນ ຄ່າແລ່ນທວງເອົາເງິນຄືນ ຈໍານວນ 1 ຄົນ ໂອນເງິນໃຫ້ 31 ຄັ້ງ ລວມເປັນເງິນ 346.500.000 ກີບ; ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມເປົ້າໝາຍ ພ້ອມທັງເກັບກຳຂໍ້ມູນຫຼັກຖານຮ່ອງຮອຍຂອງການກະທຳຜິດ ມາຮອດ ວັນທີ 26 ຕຸລາ 2022 ຈຶ່ງຮູ້ຊື່ຜູ້ກະທໍາຜິດ ຊື່ນາງ ຄິດຕີ້ ໄຊຍະລາດ ພັກອາໃສຢູ່ບ້ານ ຮ່ອງໄກ່ແກ້ວ ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວມາທໍາການ ສອບສວນ.
ຜ່ານການສອບສວນ ນາງ ຄິດຕີ້ ໄຊຍະລາດ ສາລະພາບວ່າ: ຜູ້ກ່ຽວສ້າງເຟສບຸກປອມ ແລະ ແອບອ້າງຕົວເປັນເຈົ້າໜ້າທີ່ຕຳຫຼວດ ເພື່ອເຮັດໃຫ້ຜູ້ເສຍຫາຍຫຼົງເຊື່ອ ໂອນເງິນໃຫ້ຜູ້ກ່ຽວໂດຍນໍາໃຊ້ບັນຊີຂອງບຸກຄົນອື່ນ ເພື່ອສໍ້ໂກງຊັບ, ລວມເປັນເງິນທີ່ໄດ້ຮັບຈາກຜູ້ເສຍຫາຍ ຈຳນວນ 346.500.000 ກີບ ພາຍຫຼັງໄດ້ຮັບເງິນຈາກຜູ້ຖືກເສຍຫາຍແລ້ວກໍໄດ້ນໍາເງິນດັ່ງກ່າວໄປຊື້ຊັບສິນມີຄ່າ, ໃຊ້ຈ່າຍສ່ວນຕົວ.
ປັດຈຸບັນ ເຈົ້າໜ້າທີ່ໄດ້ດຳເນີນຄະດີຕໍ່ຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ.
ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນນີ້ ເຈົ້າໜ້າທີ່ຈຶ່ງຝາກເຕືອນມາຍັງພໍ່ແມ່ປະຊາຊົນພົນລະເມືອງລາວທຸກຄົນ ໃຫ້ມີສະຕິຍ່າຫຼົງເຊື່ອກຸ່ມຄົນບໍ່ດີ ທີ່ມີການໂຄສະນາຜ່ານສື່ສັງຄົມອອນລາຍ ກ່ຽວກັບການແລ່ນທວງເອົາເງິນຄືນຈາກຄະດີນາງພອນທິບ ໄຊປັນຍາ ສໍ້ໂກງຊັບ ທີ່ເຈົ້າໜ້າທີ່ກຳລັງດຳເນີນຢູ່, ຖ້າຫາກມີຜູ້ຖືກເສຍຫາຍມີຄວາມສົນໃຈແມ່ນໃຫ້ເຂົ້າມາພົວພັນໂດຍກົງຢູ່ທີ່ຫ້ອງການກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ.