ແຟນບານ ເບນຟີກ້າ ສາບສົ່ງ ເຟີນານເດສ ຫລັງຫນີກັບບ້ານສະຫລອງປີໃຫມ່

ເອັນໂຊ ເຟີນານເດສ ກອງກາງທີມຊາດອາເຈນຕີນາ ມີທ່າທີ່ວ່າຈະຫມົດອະນາຄົດໃນທີມ ເບນຟີກ້າ ຫລັງຖືກແຟນບານໄລ່ໃຫ້ໄປລົງນະຮົກ ເນື່ອງຈາກບິນກັບປະເທດໂດຍບໍ່ໄດ້ຮັບອະນຸຍາດເພື່ອພະຍາຍາມຍ້າຍໄປຫລິ້ນກັບ ເຊລຊີ ໃນເດືອນນີ້.
ເຟີນານເດສ ຕົກເປັນເປົ້າຫມາຍຂອງຫລາຍທີມດັງເນື່ອງຈາກສະແດງຜົນງານກັບທີມທີມອາເຈນຕີນາ ໄດ້ຢ່າງສຸດຍອດ ໂດຍທີ່ລາວປະສົບຄວາມ ສຳເລັດໄດ້ທັງ ແຊ໊ມໂລກ ປີ 2022 ແລະ ລາງວັນນັກເຕະດາວຮຸ່ງດີເດ່ັນປະຈຳລາຍການ.
ຈາກຜົນງານທີ່ໜ້າປະທັບໃຈ ເຮັດໃຫ້ດາວຍິງອາຍຸ 21 ປີ ໄດ້ຮັບການທາບທາມຈາກຫລາຍທີມດັງເຊ່ັນ : ເຊລຊີ ທີ່ໃກ້ຈະໄດ້ຕົວລາວໄປຮ່ວມທີມ ເນື່ອງຈາກບໍ່ພຽງພ້ອມຈ່າຍຄ່າຈີກສັນຍາຈຳນວນ 112 ລ້ານປອນແລ້ວ ແຕ່ຍັງສະເໜີຈ່າຍເພີ່ມໃຫ້ທີມດັງລີກໂປຣຕຸເກສ ອີກ 6 ລ້ານປອນ ເພື່ອຫວັງເອົາຊະນະທີມຄູ່ແຂ່ງໂດຍ ເຊລຊີ ຈະແບ່ງຈ່າຍຄ່າຕົວນັກເຕະເປັນສາມງວດໆລະ 37,3 ລ້ານປອນ.
ຫລັງໄດ້ຮັບການຕິດຕໍ່ຈາກທີມດັງຈາກພຣີເມຍລີກ ເຟີນານເດສ ໄດ້ບິນກັບໄປບ້ານເກີດເພື່ອສະຫລອງເທດສະການປີໃຫມ່ຈາກທີ່ ອູຣຽລ ເປເຣສ ໂຕແທນຂອງລາວໂພສພາບເມື່ອວັນທີ 2 ມັງກອນ ເຖິງວ່າ ເບນຟີກ້າ ຈະບໍ່ໄດ້ອະນຸຍາດກໍຕາມ.

