ເທນ ຮາກ ເຜີຍສາເຫດກຽມເຮັດວຽກງານຄວບຕຳແໜ່ງຄຸມທີມ ແມນຢູ-U23

ເອຣິກ ເທນ ຮາກ ຜູ້ຈັດການສະໂມສອນແມນເຊສເຕີ ຢູໄນເຕັດ ແຫ່ງພຣີເມຍລີກອັງກິດ ໃຫ້ສຳພາດເປີດໃຈເຜີຍເຖິງສາເຫດທີ່ລາວຕັດສິນ ໃຈເຮັດວຽກຄວບຕຳແໜ່ງເບິ່ງແຍງທີມຊຸດຮຸ່ນອາຍຸບໍ່ເກີນ 23 ປີ ຂອງສະໂມສອນ ແມນເຊສເຕີ ຢູໄນເຕັດ ຄວບຄູ່ໄປກັບການຄຸມທີມຊຸດໃຫຍ່ໄປ ພ້ອມກັນ.
ຜູ້ຈັດການທີມຊາວເນເທີແລນ ຢືນຢັນວ່າ ແຜນການດັ່ງກ່າວໄດ້ມີການຫາລືຮ່ວມກັບຄະນະບໍລິຫານ ຂອງແມນຢູ ຕັ້ງແຕ່ກ່ອນທີ່ຈະລາວຈະຕອບຮັບ ຂໍ້ນສະເໜີການຄຸມທີມ ໂດຍມີຈຸດປະສົງເພື່ອຈັດການແນວທາງການຫລິ້ນຂອງທີມຊຸດເຍົາວະຊົນໃຫ້ສອດຄ່ອງໄປກັບທີມຊຸດໃຫຍ່ ຢ່າງທີ່ລາວເຄີຍຈັດ ການທີມ ອາແຈັກ ໃນໄລຍະກ່ອນໜ້ານີ້.
“ ຂ້ອຍເຄີຍຕົກຢູ່ໃນສະຖານະການດຽວກັບ ອາແຈັກ ເມື່ອຂ້ອຍຮັບງານກັບແມນເຊສເຕີຢູໄນເຕັດ ໃຫມ່ໆ ທີມສຳຮອງຂອງພວກເຮົາຖືກປະຖິ້ມ ໃຫ້ດຽວດາຍ ມັນບໍ່ໄດ້ເປັນສ່ວນຫນຶ່ງຂອງສະໂມສອນ ແລະ ທີມຊຸດໃຫຍ່ ຂ້ອຍໄດ້ປ່ຽນແປງສິ່ງນັ້ນໃນທັນທີ ເຊ່ັນດຽວກັນທີ່ເຄີຍເຮັດເມື່ອຄັ້ງຮັບວຽກຄຸມ ອາແຈັກ ໃຫມ່ໆ ”.
“ ຢູ່ ອາແຈັກ ທີມສຳຮອງຂອງພວກເຂົາໄດ້ຮັບການຖ່າຍທອດບຸກຄະລິກມາຈາກຜູ້ຈັດການທີມ ນັ້ນເປັນຫົນທາງດຽວທີ່ຂ້ອຍຈະສາມາດສ້າງແຜນຊຸກ ຍູ້ໃຫ້ກັບເຫລົ່ານັກເຕະດາວຮຸ່ງຂອງເຮົາໄດ້ ເພື່ອນຳທາງນັກເຕະສີຕີນດີຍົກລະດັບສູ່ທີມຊຸດໃຫຍ່ ແຕ່ແນ່ນອນວ່າ ຂ້ອຍຍັງມອບອິດສະຫລະໃນການເຮັດ ວຽກໃຫ້ກັບເຫລ່ົາ ຜູ້ຈັດການທີມພາຍໃຕ້ການກຳກັບແນວທາງຕົວຢ່າງເຊ່ັນຄວາມຕ້ອງການໃຫ້ນັກເຕະຄົນໃດຄົນຫນຶ່ງໄດ້ລົງຫລິ້ນໃນຕຳແຫນ່ງອື່ນໆ ເປັນຕົ້ນ ”.
“ ດັ່ງນັ້ນ ຄວາມຮັບຜິດຊອບສຸດທ້າຍຂອງຂ້ອຍຈະຂຶ້ນຢູ່ກັບຜົນງານຂອງທີມສຳຮອງ ແລະ ຄວາມຄ່ອງແຄ້ວທີ່ນັກເຕະໃນທີມຊຸດດັ່ງກ່າວຈະກ້າວສູ່ທີມ ຊຸດໃຫຍ່ ແນ່ນອນວ່າມັນເປັນເລື່ອງໃຫມ່ຂອງແມນຢູ ແຕ່ຂ້ອຍໄດ້ຫາລືປະເດັນນີ້ກັບຄະນະບໍລິຫານເປັນທີ່ຮຽບຮ້ອຍ ພວກເຂົາເປີດກວ້າງສຳລັບການ ເຮັດວຽກລັກສະນະດັ່ງກ່າວພ້ອມກັບເບິ່ງ ອາແຈັກ ເປັນຕົວຢ່າງທີ່ດີໃນລະບົບພັດທະນາເຍົາວະຊົນ ”.

