ວັນທີ 22 ທັນວາ 2022 ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານກວດກາຄົນເຂົ້າ-ອອກເມືອງ ດ່ານ ຕມ ສາກົນ ທາງລົດໄຟລາວ-ຈີນ ແຂວງຫຼວງນ້ຳທາ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັທ ບຸນສີ ເຄື່ອນວົງຈິດ ຫົວໜ້າພະແນກ ຕມ ປກສ ແຂວງຫຼວງນ້ຳທາ ໂດຍເນັ້ນໃສ່ບັນດາ ເອກະສານຕິດຕາມເປົ້າໝາຍເຂົ້າ-ອອກ ສປປ ລາວ ວຽກງານສັງເກດການ ແລະ ກວດກາເອກະສານການເດີນທາງຂອງຜູ້ໂດຍສານ; ວຽກງານກວດກາ ແລະ ຄຸ້ມຄອງຂໍ້ມູນຂ່າວສານເຕັກນິກ; ວຽກງານຕານ່າງລັບ ແລະ ການເກັບກຳຂ່າວ ໃນຂົງເຂດວຽກງານເຂົ້າ-ອອກ; ບາງບັນຫາທີ່ເກີດຂຶ້ນຕໍ່ກັບວຽກງານກວດກາຕິດຕາມເປົ້າໝາຍເຂົ້າ-ອອກ ສປປ ລາວ ແລະ ວິທີແກ້ໄຂ.
ທັງນີ້ ເພື່ອຮັບໃຊ້ໃຫ້ແກ່ວຽກງານກວດກາຄົນເຂົ້າ-ອອກ ສປປ ລາວ ໃຫ້ມີປະສິດທິພາບ, ຮັບປະກັນທາງດ້ານວຽກງານວິຊາສະເພາະ ແນ່ໃສ່ຕິດຕາມບຸກຄົນທີ່ບໍ່ດີ ມີພິລຸດສົງໄສ ເຂົ້າມາເຄື່ອນໄຫວທີ່ຜິດຕໍ່່ລະບຽບກົດໝາຍຂອງ ສປປ ລາວ; ຊອກຮູ້ວິທີການ ແລະ ແຜນການເຄື່ອນ ໄຫວຂອງກຸ່ມຄົນບໍ່ດີ ພ້ອມກັນສະກັດກັ້ນ, ປ້ອງກັນເຫດການຕ່າງໆ ທີ່ອາດຈະເກີດຂຶ້ນ ເພື່ອມີວິທີການແກ້ໄຂໃຫ້ທັນກັບສະພາບການ ແລະ ທັງເປັນການເກັບກຳຂໍ້ມູນຢ່າງຄົບຖ້ວນ, ເປັນພື້ນຖານທາງດ້ານຂໍ້ມູນ ເພື່ອສະໜອງໃຫ້ກົມວິຊາສະເພາະທີ່ກ່ຽວຂ້ອງສືບຕໍ່ຕິດຕາມ ແລະ ແກ້ໄຂຕາມພາລະບົດບາດ, ສິດ ແລະ ໜ້າທີ ຮັບປະກັນໃຫ້ແກ່ການທ່ອງທ່ຽວເຂົ້າ-ອອກ ຜ່ານດ່ານສາກົນ ຕມ ສາກົນ ທາງລົດໄຟ ລາວ-ຈີນ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.