ເມືອງຈັນທະບູລີເຂັ້ມງວດ ຫ້າມຂາຍເຄື່ອງຊະຊາຍຕາມແຄມທາງໂດຍເດັດຂາດ

ວັນທີ 10 ທັນວາ 2022 ຜ່ານມານີ ຫ້ອງວ່າການເມືອງຈັນທະບູລີອອກແຈ້ງການກ່ຽວກັບ ລະບຽບການຂາຍເຄື່ອງໃນຂອບເຂດທົ່ວເມືອງຈັນທະບູລີ ດັ່ງນີ້:
- ໃຫ້ບ້ານ 30 ບ້ານ ແຈ້ງໃຫ້ບັນດາພະນັກງານ, ທະຫານ, ຕໍາຫຼວດ, ຫົວຫນ່ວຍທຸລະກິດ, ຜູ້ປະກອບການ, ຊາວ ຄ້າຂາຍ ແລະ ພໍ່ແມ່ປະຊາຊົນຢູ່ພາຍໃນຂອບເຂດບ້ານຂອງຕົນຮັບຜິດຊອບ ບໍ່ອະນຸຍາດໃຫ້ຂາຍເຄື່ອງຊະຊາຍໃສ່ ແຄມທາງ, ທາງຍ່າງ, ເຂດສະຫງວນທາງ, ເຂດຫ້າມຂາຍ ແລະ ຫ້າມວາງສິ່ງກີດຂວາງຕ່າງໆ ເປັນຕົ້ນ ໂຕະຕັ່ງຂາຍເຄື່ອງ, ກາງເຕັ້ນຂາຍເຄື່ອງ, ເອົາເຄື່ອງໃສ່ລໍ້ຍູ້ຂາຍ, ຕັ້ງຮ້ານຊັດປຸມເປົ້າ, ເອົາເຄື່ອງໃສ່ລົດກະບະຮຸນໄດ ຈອດຂາຍຕາມແຄມທາງ, ລົດຈັກຕິດລໍ້ມາຈອດຂາຍຢູ່ຕາມເສັ້ນທາງ, ທາງຍ່າງ, ບ່ອນທີ່ທາງການບໍ່ອະນຸຍາດ ເຊັ່ນ: ເສັ້ນທາງສາຍຫຼັກ, ທາງຮ່ອມ-ທາງຊອຍ າງໆ, ຖ້າພົບເຫັນຈະຖືກດໍາເນີນຕາມລະບຽບການ.
- ໃຫ້ຄະນະປະຈໍາພັກເມືອງ ຜູ້ຊີ້ນໍາແຕ່ລະເຂດ, ຄະນະພັກເມືອງ ຜູ້ຊີ້ບ້ານ ລົງຊີ້ນໍາ-ນໍາພາ ໃນການຈັດຕັ້ງປະຕິບັດ ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ພາຍໃນຂອບເຂດບ້ານຕົນເອງຮັບຜິດຊອບ ໃຫ້ໄດ້ຮັບຜົນສໍາເລັດ.
- ມອບໃຫ້ພາກສ່ວນກ່ຽວຂ້ອງ ແລະ ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂັ້ນເມືອງລົງສົມທົບ ບ້ານເພື່ອຕິດຕາມ, ກວດກາ ແລະ ແກ້ໄຂ ໃນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ພາຍໃນເມືອງ.
- ພາຍຫຼັງລົງຈັດຕັ້ງວຽກງານຕົວຈິງ ໃຫ້ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ລາຍງານຄືນໃຫ້ຫ້ອງວ່າການ ເມືອງຈັນທະບູລີ ເປັນແຕ່ລະໄລຍະ ເພື່ອລາຍງານຕໍ່ຄະນະຮັບຜິດຊອບຂັ້ນເມືອງ.
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານ ເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດດ້ວຍ.

