ເກີດເຫດສາມີ-ພັນລະຍາຜິດຖຽງກັນ ແລ້ວຈູດເຮືອນຖິ້ມ ພ້ອມທັງຄາຕະກຳເສຍຊີວິດຄາທີ່

ຕອນເຊົ້າມືດເວລາປະມານ 2:00 ໂມງ ຂອງວັນທີ 29 ທັນວາ 2022 ໄດ້ເກີດເຫດສາມີພັນລະຍາຜິດຖຽງຢ່າງຮ້າຍແຮງ ແລ້ວຈູດເຮືອນຂອງຕົນ ຢູ່ບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ, ຈາກນັ້ນລົງມືກໍ່ເຫດຄາຕະກຳ ເຮັດໃຫ້ທັງສອງເສຍຊີວິດ.

ອີງຕາມການບອກເລົ່າຂອງຜູ້ເຫັນເຫດການເວົ້າວ່າ: ກ່ອນເກີດເຫດ ໃນລະຫວ່າງ ເດືອນຕຸລາ ປີ 2022 ທ້າວ ສີປະເສີດ ອາຍຸ 56 ປີ (ສາມີ) ໄດ້ຢ່າຮ້າງ ກັບນາງ ຄຳປຸນ ອາຍຸ 56 ປີ (ພັນລະຍາ), ພໍມາຮອດວັນທີ 15 ທັນວາ 2022 ທັງສອງກໍກັບມາຄືນດີກັນ, ແຕ່ມາຮອດມື້ເກີດເຫດດັ່ງກ່າວທັງສອງໄດ້ມີການຜິດຖຽງກັນຮ້າຍແຮງຈົນເຖິງຂັ້ນຈູດເຮືອນຂອງຕົນ ແລ້ວລົງມືຄາຕະກໍາພັນລະຍາ ແລະ ຕົນເອງ.

ເຊິ່ງໃນນັ້ນປະຊາຊົນໄດ້ພົບເຫັນຜູ້ເປັນສາມີເສຍຊີວິດກ່ອນ ແລະ ພັນລະຍາແມ່ນໄດ້ຮັບບາດເຈັບສາຫັດ ແລ້ວເສຍຊີວິດໃນເວລາຕໍ່ມາ.

ຜູ້ເຫັນເຫດການເລົ່າຕື່ມວ່າ: ເຫດການນີ້ເກີດຂຶ້ນແຕ່ຕອນບ່າຍແລ້ວ. ສ່ວນການດຳເນີນຄະດີທາງເຈົ້າໜ້າທີ່ເມືອງວັງວຽງພວມສືບສວນ-ສອບສວນຕາມຂັ້ນຕອນຂອງລະບຽບກົດໝາຍ.