ມະຫາວິທະຍາໄລ ກາຕາ ກັນພື້ນທີ່ ຫ້ອງນອນ ເມສຊີ ເຮັດພິພິທັນພັນຂະໜາດນ້ອຍ

ຫ້ອງພັກຂອງ ລີໂອເນລ ເມສຊີ ນັກເຕະທີມຊາດອາເຈນຕີນາ ໃນມະຫາວິທະຍາໄລແຫ່ງກາຕ້າ ພວມຈະຖືກປ່ຽນເປັນພິພິທະທັນຂະຫນາດນ້ອຍ.

ນັກເຕະທີມຊາດອາເຈນຕີນາ ເຊິ່ງປະຕິເສດທີ່ຈະພັກໃນໂຮງແຮມລະດັບ 5 ດາວ ແຕ່ເລືອກພັກໃນຫໍພັກຂອງມະຫາວິທະຍາໄລກາຕ້າ ເນື່ອງຈາກມີພື້ນທີ່ສ່ວນຕົວສຳລັບເຮັດກິດຈະກຳຂອງທີມ ແລະ ສິ່ງອຳນວຍຄວາມສະດວກຄົບຊຸດຢູ່ແລ້ວ ເຊິ່ງຫລັງຈາກອາເຈນຕີນາ ຄວ້າແຊ໊ມບານເຕະໂລກ ຄັ້ງທຳອິດໃນຮອບ 36 ປີ ໄດ້ ອັສຣາຟ ເບນ ອາຍັດ ຜູ້ສື່ຂ່າວຊາວອາຣັບ ເຊິ່ງລາຍງານຂ່າວພາກພາສາສະເປນໄດ້ລາຍງານວ່າ ມະຫາວິທະຍາໄລກຳຕ້າຈະນຳຫ້ອງພັກຫມາຍເລກ B201 ເຊິ່ງລີໂອເນລ ເມສຊີ ຫົວໜ້າທີມຊາດອາເຈນຕີນານອນໃນຫ້ອງນີ້ໄປເປັນພື້ນທີ່ຈັດສະແດງເພື່ອໃຫ້ຜູ້ເຂົ້າຊົມໄດ້ສຳຜັດວ່າຄັ້ງໜຶ່ງນັກເຕະລະດັບໂລກເຄີຍນອນບ່ອນນີ້ກ່ອນຈະຄວ້າແຊ໊ມບານໂລກມາໄດ້.

ສຳລັບ ເມສຊີ ຍິງໄປ 7 ປະຕູ 3 ແອສຊິສ ກ່ອນພາ ອາເຈນຕີນາ ຄວ້າແຊ໊ມບານເຕະໂລກເປັນສະໄຫມທີ 3 ໄດ້ສຳເລັດ.