ລີໂອເນລ ເມສຊີ ລາຊາບານເຕະໂລກຕົວຈິງ

ຖືເປັນບັນຫາໃຫຍ່ທີ່ຖົກຖຽງກັນມາໂດຍຕະຫລອດ 10 ປີວ່າ ໃຜເປັນນັກເຕະເບີ 1 ຂອງໂລກໃນຍຸກນີ້ ລະຫວ່າງ ລີໂອເນລ ເມສຊີ ກອງໜ້າຫົວໜ້າທີມອາເຈນຕີນາ ກັບ ຄຣິສຕຽນໂນ ໂຣນັລໂດ ດາວຍິງຫົວໜ້າທີມຊາດ ໂປຣຕຸເກສ.

ເລື່ອງນີ້ເປັນເລື່ອງທີ່ຖົກຖຽງກັນມາດົນນານ ຈົນຍັງບໍ່ໄດ້ບົດສະຫລຸບຈັກເທື່ອ  ເພາະທັງສອງທີມສ້າງຜົນງານໄດ້ຢ່າງ ດີເດ່ັນ ເກືອບຈະບໍ່ຕ່າງກັນເລີຍ ບໍ່ວ່າຈະເປັນການຄວ້າແຊ໊ມໃນລະດັບສະໂມສອນ ເຊ່ັນ : ແຊ໊ມລີກ, ແຊ໊ມຢູຟາ ແຊ໊ມປຽນລີກ ບານຂັນລາຍຕ່າງຂອງລີກນັ້ນໆ ຫລື ແຊ໊ມສະໂມສອນໂລກ ທັງສອງກໍກວາດແຊ໊ມສະໂມສອນໂລກ ທັງສອງກໍກວາດແຊ໊ມກັນມາຄົນລະບໍ່ຕຳ່ກວ່າ 20-30 ຂັນ.

ເທົ່ານັ້ນຍັງບໍ່ພໍລາງວັນສ່ວນຕົວກໍຍັງບຽດກັນມາແບບສູສີແບບປ່ຽນກັນໄດ້ລະປີກໍມີ ນັ້ນຄືລາງວັນບານຄຳ ຫລື ບັນລົງດໍ ທີ່ຕອນນີ້ ເມສຊີ ໄດ້ໄປ 7 ຄັ້ງ ສ່ວນ ໂຣນັລໂດ ໄດ້ 5 ສະໄຫມ ສ່ວນລາງວັນອື່ນໆກໄດ້ກັນມາເກືອບຄົບ.

ສ່ວນໃນລະດັບທີມຊາດນັ້ນລາວກໍປະສົບຄວາມສຳເລັດເຊ່ັນກັນ ໂດຍທັງຄູ່ໄດ້ແຊ໊ມລະດັບທະວີບມາຄອງ ໂຣນັລໂດ ພາໂປຣຕຸເກສຄວ້າແຊ໊ມບານຊີງແຊ໊ມຢູໂຣບ ຫລື ຢູໂຣ ປີ 2016 ມາຄອງ ສ່ວນ ເມສຊີ ນັ້ນຫາກໍຈະຄວ້າແຊ໊ມໃນນາມ ທີມຊາດຄັ້ງທຳອິດເມື່ອປີຜ່ານມາ ຫລັງຄວ້າແຊ໊ມລາຍການຊີງແຊ໊ມອາເມຣິກາໃຕ້ ຫລື ໂຄປາ ອາເມຣິກາ ປີ 2021 ມາຄອງໄດ້ສຳເລັດ.

ແຕ່ສິ່ງຫນຶ່ງທີ່ທັງສອງສະແຫວງຫານັ້ນກໍຄືຂັນແຊ໊ມບານໂລກ ທີ່ທັງສອງຍັງບໍ່ມີໂອກາດຈະໄດ້ຊູມັນຈັກເທື່ອ ເຊ່ັນດຽວກັບນັກເຕະອາຊີບທົ່ວໂລກທຸກຄົນກໍຢາກຄວ້າແຊ໊ມໂລກເທົ່ານັ້ນ ແຕ່ຖ້ານີ້ມັນເປັນຂັນພິເສດ ທີ່ຈະໄດ້ສຳຜັດມັນຕ້ອງເປັນຄົນທີ່ມີຄວາມສາມາດແທ້ ນອກຈາກນັ້ນຍັງຕ້ອງມີເລື່ອງຂອງໂຊກເຂົ້າຂ້າງນຳອີກ.

ທັງ ເມສຊີ ແລະ ໂຣນັລໂດ ມາເຖິງຕອນນີ້ກໍມີອາຍຸຫລາຍຂຶ້ນເລື້ອຍໆ ໂດຍໃນປີ 2022 ເມສຊີ ມີອາຍຸ 35 ປີ ສ່ວນ ໂຣນັລໂດ ມີອາຍຸ 37 ປີ ສຳລັບບານໂລກ 2022 ຮອບສຸດທ້າຍທີ່ກາຕ້າ ຄືບົດສະຫລຸບຂອງທັງຄູ່ວ່າໃຜຈະຢືນ ຫນຶ່ງໃນວົງການບານເຕະໂລກຊົ່ວໂມງນີ້.

ເຖິງວ່າທັງສອງຈະບໍ່ຄິດເລື່ອງມານັ່ງປຽບທຽບວ່າໃຜຈະເກ່ັງທີ່ສຸດໃນໂລກ ແຕ່ບັນດາແຟນບານ ນັກວິເຄາະທັງ ຫລາຍ ຕ່າງກໍມັນໃຜມັກມັນ ເພາະຖ້າບໍ່ໄດ້ຂໍ້ສະຫລຸບດ້ວຍການຄວ້າແຊ໊ມໂລກ ເລື່ອງນີ້ກໍຍັງຈະຖົກຖຽງກັນຕະ ຫລອດໄປ.

ແລະ ໃນທີ່ສຸດເວທີຕັດສິນກໍມີຜູ້ຊະນະຈົນໄດ້ເມື່ອ ລີໂອເນລ ເມສຊີ ໄດ້ສະແດງຜົນງານອອກມາຈົນພາທີມຊາດອາ ເຈນຕີນາ ຄວ້າແຊ໊ມໂລກສະໄຫມທີ 3 ມາຄອງໄດ້ສຳເລັດ.

ດ້ວຍຜົນງານອັນໂດດເດັ່ນໃນບານໂລກ 2022 ທີ່ປະເທດກາຕ້າ ຖືວ່າເປັນຜົນງານທີ່ດີທີ່ສຸດຂອງຕົວລາວ ໃນການຫລິ້ນທີ່ຍິ່ງໃຫຍ່ທີ່ສຸດໃນໂລກ.

ຂະຫນາດຕອນອາຍຸບໍ່ຫາຍ ແລະ ຜົນງານເກ່ັງໆຕອນອາຍຸ 23, 27 ຫລື 31 ເມສຊີ ຍັງບໍ່ສາມາດໂຊຟອມໄດ້ດີເທົ່ານີ້ ນີ້ເອີ້ນວ່າຍິ່ງແກ່ຍິ່ງແຮງແທ້ຈິງ.

ໃນບານໂລກ 2022 ເມສຊີ ຍິງໄປແລ້ວ 7 ປະຕູ ຖືວ່າເປັນການຍິງຫລາຍທີ່ສຸດນັບຕັ້ງແຕ່ລາວຫລິ້ນບານໂລກ ມາຈຳນວນ 5 ຄັ້ງ ແລະ ລາວຍັງແລ່ນແບບບໍ່ຫມົດ ລືມວ່າຕົນເອງອາຍຸ 35 ປີແລ້ວ.