ເມສຊີ-ເອັມບັບເປ ນຳທີມມີລາຍຊື່ຕິດທີມດີເດັ່ນແຫ່ງປີ 2022 ຂອງສື່ດັງຝຣັ່ງ

ລີໂອເນລ ເມສຊີ ແລະ ຄີລຽນ ເອັມບັບເປ ສອງກອງໜ້າຂອງປາຣີສ ແຊັງແຊັກແມັງ ນຳທີມມີລາຍຊື່ຕິດທີມດີເດັ່ນ ແຫ່ງປີ 2022 ຂອງສື່ຝຣັ່ງ.
“ ເລ ກິບ ” ສື່ຊັ້ນນຳຂອງຝຣັ່ງໄດ້ຈັດທີມດີເດ່ັນແຫ່ງປີ 2022 ໂດຍເລືອກຜູ້ຫລິ້ນທີ່ດີທີ່ສຸດໃນແຕ່ລະຕຳແໜ່ງ ເຊິ່ງຜົນປາກົດວ່າ ລີໂອເນລ ເມສຊີ ແລະ ຄີລຽນ ເອັມບັບເປ 2 ດາວເຕະຊື່ດັງນຳທີມຕິດໃນລາຍຊື່ຕຳແໜ່ງກອງກາງ ແລະ ກອງໜ້າ ຫລັງທັງຄູ່ສ້າງຜົນງານໄດ້ຢ່າງໂດດເດ່ັນກັບສະໂມສອນ ລວມເຖິງທີມຊາດທີ່ຫາກໍຄວ້າແຊ໊ມ ແລະ ຮອງແຊ໊ມບານເຕະໂລກ 2022.
ສ່ວນທີມທີ່ມີນັກເຕະຕິດທີມດີເດ່ັນຫລາຍທີ່ສຸດຄື ຣຽວ ມາດຣິ ເຊິ່ງປະກອບດ້ວຍ ທີໂບ ກຸກຕົວ, ລູກາ ໂມດຣິດ ແລະ ຄາຣິມ ເບນເຊມາ ແມນເຊສເຕີ ຊິຕີ ທີ່ມີ ໄຄ ວອກເກີ ແລະ ເຄວິນ ເດິ ບຣອຍ ຢູ່ໃນລາຍຊື່.
ນອກຈາກນັ້ນຍັງມີນັກເຕະຈາກພຣີເມຍລີກ ທີ່ຕິດທີມຊຸດນີ້ອີກ 2 ຄົນ ຄື ເຟີຈິລ ຟານ ໄດ (ລີເວີພູລ) ແລະ ກາເຊ ມິໂຣ (ແມນເຊສເຕີ ຢູໄນເຕັດ).
11 ນັກເຕະຂອງທີມດີເດ່ັນແຫ່ງປີ 2022 ຂອງວາລະສານ ກິບ (4-4-2) ມີດັ່ງນີ້ :
- ຜູ້ຮັກສາປະຕູ : ທີໂບ ກຸກຕົວ (ຣຽວ ມາດຣິດ).
- ກອງຫລັງ : ໄຄ ວອກເກີ (ແມນຊິຕີ), ເຟີຈິລ ຟານ ໄດ (ລີເວີພູລ), ຢອສໂກ ກວາດີໂອລ (ໄລຊິກ), ເທໂອ ແອກນ໊ອກເດສ (ເອຊີ ມິລານ).
- ກອງກາງ : ລີໂອເນລ ເມສຊີ (ເປແອສເຊ), ລູກາ ໂມດຣິດ (ຣຽວ ມາດຣິດ), ກາເຊມິໂຣ (ແມນເຊສເຕີ ຢູໄນເຕັດ), ເຄວິນ ເດິ ບຣອຍ (ແມນເຊສເຕີ ຊິຕີ).
- ກອງໜ້າ : ຄາຣິມ ເບນເຊມາ (ຣຽວ ມາດຣິດ), ຄີລຽນ ເອັມບັບເປ (ເປແອສເຊ).

