ແມນຢູ ໜ້າມືດຕາມົວ ພ້ອມລົງທຶນ 105 ລ້ານປອນຈີກສັນຍາ ເອັນໂຊ

ແມນເຊສເຕີ ຢູໄນເຕັດ ເມື່ອກຽມທຸ່ມຄ່າຈີກສັນຍາຈຳນວນມະຫາສານເຖິງ 105 ລ້ານປອນ ເພື່ອຊື້ ເອັນໂຊ ເຟີນານເດສ ກອງກາງແຊ໊ມໂລກຂອງເບນຟີກາ ມາເສີມທີມແລ້ວ.

ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງພຣີເມຍລີກ ອັງກິດ ກຽມສວມບົດເຈົ້າບຸນພ້ອມຈ່າຍຄ່າຈີກສັນຍາມະຫາສານເຖິງ 105 ລ້ານປອນ ຂອງເອັນໂຊ ເຟີນານເດສ ກອງກາງດາວຮຸ່ງຂອງເບນຟີກາ ເພື່ອຊື້ຕົວມາໂຊຟອມຍັງຖິ່ນ ໂອນ ແທຣບຟອດ ແລ້ວ.

ເຟີນານເດສ ກາຍເປັນນັກເຕະເນື້້ອທີ່ໄດ້ຮັບຄວາມສົນໃຈຈາກບັນດາໃຫຍ່ທົ່ວຢູໂຣບຂຶ້ນມາທັນທີ ຫລັງສ້າງຜົນງານໃຫ້ທີມຊາດອາເຈນຕີນາ ໄດ້ຢ່າງໂດດເດ່ັນໃນການແຂ່ງຂັນບານໂລກ 2022 ໂດຍກ່ອນໜ້ານີ້ມີ ລີເວີພູລ ເປັນທີມເຕັມທີ່ຈະໄດ້ຕົວໄປຮ່ວມທີມ.

ຫລ້າສຸດ The Sun ສື່ໃນອັງກິດລາຍງານວ່າ ແມນຢູ ກາຍເປັນທີມທີ່ມີໂອກາດຈະໄດ້ ເຟີນານເດສ ໄປຮ່ວມທີມຫລາຍທີ່ສຸດ ຫລັງເປັນທີມດຽວທີ່ພ້ອມຈະຈ່າຍຄ່າຈີກສັນຍາຈຳນວນ 105 ລ້ານປອນ ໃຫ້ກັບ ເບນຟີກາ ຫລັງ ເທນ ຮາກ ເບິ່ງວ່າ ດາວເຕະອາຍຸ 21 ປີ ຄືນັກເຕະທີ່ສາມາດຈະເຂົ້າມາຊ່ວຍຍົກລະດັບໃຫ້ທີມໄດ້.

ສ່ວນສາເຫດຫນຶ່ງທີ່ ແມນຢູ ຕັດສິນໃຈຈະຈ່າຍຄ່າຈີກສັນຍາດັ່ງກ່າວໄດ້ ເນື່ອງຈາກຕ້ອງການເສຍເວລາຍາດລາຍເຊັນຂອງດາວເຕະພອນສະຫວັນລາຍນີ້ກັບຄູ່ແຂ່ງອື່ນນັ້ນເອງ.