ປະທານອົງການກວດສອບແຫ່ງລັດ ຊີ້ແຈງຄຳຊັກຖາມຂອງ ສສຊ ຕໍ່ບັນຫາວຽກງານກວດສອບ

ວັນທີ 23 ທັນວາ 2022, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ຕໍ່ຂໍ້ເຈາະຈິ້ມຂອງທ່ານປະທານສະພາແຫ່ງຊາດ ເປັນຕົ້ນມະຕິສະພາແຫ່ງຊາດ ສະບັບເລກທີ 25/ສພຊ, ລົງວັນທີ 16 ພະຈິກ 2021 ໄດ້ມອບໃຫ້ ອົງການກວດສອບດຳເນີນການກວດສອບ 4 ເປົ້າໝາຍ ຄື: ກວດສອບການຄຸ້ມຄອງບໍລິຫານກອງທຶນລຶບລ້າງຄວາມທຸກຍາກ; ກວດສອບການຄຸ້ມຄອງບໍລິຫານງົບປະມານຮັບໃຊ້ການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19; ກວດສອບການຄຸ້ມຄອງບໍລິຫານກອງທຶນປະກັນສັງຄົມ; ກວດສອບ ການຄຸ້ມຄອງບໍລິຫານກອງທຶນຄົ້ນຄ້ວາວິທະຍາສາດ. ຕາມການລາຍງານຂອງອົງການກວດສອບແຫ່ງລັດ ເຫັນວ່າຍັງບໍ່ທັນໄດ້ຈັດຕັ້ງປະຕິບັດຍ້ອນມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ.

ທ່ານປະທານອົງການກວດສອບແຫ່ງລັດ ຊີ້ແຈງວ່າ: ປີ 2022 ອົງການກວດສອບແຫ່ງລັດ ໄດ້ລົງເກັບກໍາຂໍ້ມູນ ແລະ ດໍາເນີນການກວດສອບໝົດທັງ 4 ເປົ້າໝາຍ. ໃນນັ້ນ, ຜົນການກວດສອບ 1 ເປົ້າໝາຍ (ການຄຸ້ມຄອງບໍລິຫານກອງທຶນຄົ້ນຄວ້າວິທະຍາສາດ); ສ່ວນຜົນການກວດສອບ 2 ເປົ້າໝາຍ (ການຄຸ້ມຄອງບໍລິຫານກອງທຶນລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງບໍລິຫານກອງທຶນຄົ້ນຄ້ວາວິທະຍາສາດ) ເຫັນວ່າ ການລະເມີດວິໄນແຜນການ-ການເງິນ ແມ່ນມີໜ້ອຍ ຈຶ່ງບໍ່ໄດ້ເອົາເຂົ້າໃນບົດລາຍງານຕໍ່ກອງປະຊຸມໃນຄັ້ງນີ້ ແລະ ຜົນການກວດສອບ ອີກ 1 ເປົ້າໝາຍ (ການຄຸ້ມຄອງບໍລິຫານງົບປະມານຮັບໃຊ້ການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດ ໂຄວິດ-19) ແມ່ນໄດ້ລົງເກັບກໍາຂໍ້ມູນຢູ່ 4 ພາກສ່ວນ (ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ) ຜົນການເກັບກຳຂໍ້ມູນເຫັນວ່າ ການຖືບັນຊີລາຍຈ່າຍ ຍັງບໍ່ຄົບຖ້ວນ ແລະ ບົດສະຫລຸບລາຍຈ່າຍຍັງບໍ່ທັນລະອຽດ ເຮັດໃຫ້ບໍ່ສາມາດລົງເລິກກວດສອບລາຍຈ່າຍ ແລະ ເອກະສານຢັ້ງຢືນໄດ້ ເຊິ່ງຕາມມາດຕາຖານການກວດສອບແລ້ວ ຖ້າບໍ່ມີເອກະສານ ຫລື ຂໍ້ມູນໃຫ້ລົງເລິກກວດສອບໄດ້ ແມ່ນອົງການກວດສອບແຫ່ງລັດຈະບໍ່ສືບຕໍ່ດຳເນີນການກວດສອບ ແລະ ບໍ່ສາມາດຢັ້ງຢືນຜົນການກວດສອບໃຫ້ໄດ້, ບັນຫາດັ່ງກ່າວໄດ້ລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອຂໍທິດຊີ້ນຳແລ້ວ.

ຕໍ່ກັບບັນຫາການປະຕິບັດການແກ້ໄຂການລະເມີນຜົນການກວດສອບຂອງຫົວໜ່ວຍງົບປະມານຕາມກົດໝາຍວ່າດ້ວຍການກວດສອບແຫ່ງລັດ ໃນມາດຕາ 19 ກ່ຽວກັບ ການແກ້ໄຂຜົນການກວດສອບ ໂດຍສະເພາະແມ່ນ ຂໍ້ ທີ 2 ແລະ ຂໍ້ທີ 3 ຍັງກຳນົດເນື້ອໃນບໍ່ຈະແຈ້ງ ເຮັດໃຫ້ມີຄວາມເຂົ້າໃຈຄາດເຄື່ອນໃນການຈັດຕັ້ງປະຕິບັດ, ສ່ວນໃຫຍ່ເຂົ້າໃຈວ່າ ແມ່ນອົງການກວດສອບແຫ່ງລັດ ເປັນຜູ້ແກ້ໄຂຜົນການກວດສອບ ຫລື ດຳເນີນການຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອແກ້ໄຂ ຕາມກົດໝາຍ; ໃນລັດຖະທໍາມະນູນ (ສະບັບປີ 2015) ມາດຕາ 107 ຂໍ້ 3 ໄດ້ກຳນົດໄວ້ວ່າ ອົງການກວດສອບແຫ່ງລັດ ມີສິດສະເໜີ ອົງການຄຸ້ມຄອງການເງິນທີ່ກ່ຽວຂ້ອງ ເພື່ອນຳໃຊ້ມາດຕະການຕໍ່ຫົວໜ່ວຍ ທີ່ລະເມີດກົດໝາຍໃນການຄຸ້ມຄອງ, ການນໍາໃຊ້ງົບປະມານ, ການເງິນ ແລະ ຊັບສິນຂອງລັດຈາກຜົນການກວດສອບ.

ທິດທາງແກ້ໄຂໃນຕໍ່ໜ້າ, ຖ້າວ່າກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງປີ 2022 ຖືກຮັບຮອງ ແລະ ປະກາດໃຊ້ ກໍຈະເຮັດໃຫ້ພາກສ່ວນກ່ຽວເຂົ້າໃຈລະອຽດຕື່ມກ່ຽວ ກັບຄວາມຮັບຊອບຂອງຕົນໃນການແກ້ໄຂຜົນການກວດສອບ; ຈະໄດ້ເພີ່ມທະວີການປະສານສົມທົບ ກັບພາກສ່ວນກ່ຽວຂ້ອງແກ້ໄຂຕາມພາລະບາດ ຂອງແຕ່ລະພາກສ່ວນ ເຊັ່ນ: ການລະເມີດທີ່ຕິດພັນກັບບຸກຄົນ, ການຈັດຕັ້ງທີ່ຄຸ້ມຄອງ ຕ້ອງໄດ້ແກ້ ໄຂທາງດ້ານວິໄນ, ທາງດ້ານບໍລິຫານ ແລະ ຕາມລະບຽບກົດໝາຍ, ການລະເມີດທີ່ຕິດພັນກັບ ນິຕິກຳໃຕ້ກົດໝາຍທີ່ບໍ່ສອດຄ່ອງກັບກົດໝາຍ ພາກສ່ວນກ່ຽວຂ້ອງຕ້ອງກວດກາ, ປະເມີນຄືນ ແລະ ປັບປຸງແກ້ໄຂ ໃຫ້ທັນກັບສະພາບ; ການລະເມີດທີ່ຕິດພັນກັບ ລະບົບບັນຊີກະຊວງການເງິນ ກໍຄື ກົມບັນຊີ ຕ້ອງໄດ້ລົງໄປແນະນຳ, ຊຸກຍູ້ ແລະ ຕິດຕາມ ກວດກາ; ການລະເມີດຕິດພັນກັບ ລາຍຈ່າຍລ່ວງໜ້າໃນລະບົບຄັງເງິນ ພາກສ່ວນດັ່ງກ່າວ, ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ໄຈ້ແຍກລາຍຈ່າຍດັ່ງກ່າວ ໃຫ້ລະອຽດອອກເປັນແຕ່ລະປະເພດຮ່ວງລາຍຈ່າຍ ຕາມສາລະບານງົບປະມານ ເພື່ອຈະເປັນບ່ອນອີງໃນການສະສາງໃຫ້ຖືກ ຕ້ອງຕາມລະບຽບຫລັກການ.

ສ່ວນບັນຫາດ້ານການກວດກາການປະກອບທຶນ ກໍຄື ການຊົດເຊີຍໃນໂຄງການສ້າງເສັ້ນທາງລົດໄຟລາວ-ຈີນ, ເຊິ່ງວຽກງານດັ່ງກ່າວ ແມ່ນນອນໃນແຜນການກວດສອບປີ 2022 ຂອງອົງການກວດສອບແຫ່ງລັດ, ແຕ່ໄດ້ຮັບການຊີ້ນຳຈາກຂັ້ນເທິງໄດ້ມອບໃຫ້ອົງການກວດກາລັດ ເຂົ້າໄປກວດກາວຽກງານດັ່ງກ່າວແລ້ວ, ດັ່ງນັ້ນ ອົງການກວດສອບຈິ່ງບໍ່ໄດ້ດຳເນີນການຕໍ່ ເພື່ອຫລີກເວັ້ນບັນຫາການເຮັດວຽກທັບຊ້ອນກັນ.