ເກີດອຸບັດເຫດ ລົດຕຳກັນຫລາຍກວ່າ 50 ຄັນ ເສຍຊີວິດແລ້ວ 3 ຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 24 ທັນວາ  2022 ເກີດອຸບັດເຫດ ລົດຕຳກັນຫລາຍກວ່າ 50 ຄັນ ໃນລັດໂອໂຮໂອ ສະຫະລັດອາເມຣິກາ ມີຜູ້ເສຍຊີວິດແລ້ວ 3 ຄົນ ແລະ ບາດເຈັບອີກ ຫລາຍສິບຄົນ ເນື່ອງຈາກສະພາບອາກາດເຂົ້າສູ່ລະດູໜາວ, ຫິມະຕົກ, ຫົນທາງມື່ນ, ລົມແຮງ, ອຸນຫະພູມ -28 ອົງສາ