ນາດາລ ຂຶ້ນແທ່ນນັກເທັນນິສຊາຍຄົນທຳອິດຕິດ 10 ອັນດັບ ນານເຖິງ 900 ອາທິດ

ຣາຟາເອລ ນາດາລ ນັກເທັນນິສຊື່ດັງຊາວສະເປນ ກາຍເປັນນັກເທັນນິສຊາຍຄົນທຳອິດທີ່ຕິດ 10 ອັນດັບ ໃນການຈັດອັນດັບຂອງເອທີພີ ທົວ ເປັນໄລຍະເວລາ 900 ອາທິດຕິດຕໍ່ກັນ ຫລັງບໍ່ເຄີຍຫລຸດ 10 ອັນດັບເລີຍ ຕັ້ງແຕ່ຫລິ້ນອາຊີບປີທຳອິດ.
ລາຍງານລະບຸວ່າ ນາດາລ ກ້າວຂຶ້ນມາຫລິ້ນເທັນນິສອາຊີບປີທຳອິດດ້ວຍອາຍຸ 18 ປີ ເມື່ອປີ 2005 ກ່ອນຈະກາຍເປັນອີກຫນຶ່ງປາກົດ ການຂອງວົງການ ເທັນນິສໂລກ ດ້ວຍການກວາດແຊ໊ມແກຣນສະແລມ ໄປເຖິງ 22 ລາຍການ.
ແລະ ປັດຈຸບັນລາວຢູ່ວາງອັນດັບ 2 ຂອງໂລກ ເຮັດໃຫ້ເຈົ້າຖິ່ນກາຍເປັນນັກເທັນນິສຊາຍຄົນທຳອິດທີ່ບໍ່ເຄີຍຫລຸດຈາກ 10 ອັນດັບທຳອິດຂອງເອທີພີ ທົວ ເປັນໄລຍະເວລາຕໍ່ເນື່ອງເຖິງ 900 ອາທິດ ໂດຍໜີຫ່າງສະຖິຕິຂອງ ຈິມມີ ຄອນເນີ ທີ່ເຄີຍເຮັດໄດ້ຕໍ່ເນື່ອງ 789 ອາທິດ ເມື່ອປີ 2020.
ທັງນີ້ມີພຽງ ມາຕີນາ ນາວຣາຕິໂລວາ ຕຳນານນັກເທັນນິສຍິງເຊື້ອສາຍເຊັກ-ອາເມລິກາ ເທົ່ານັ້ນ ທີ່ມີສະຖິຕິບໍ່ເຄີຍຫລຸດ 10 ອັນດັບ ດົນເຖິງ 1,000 ອາທິດ ໃນຝັ່ງການຈັດອັນດັບໂລກຂອງເທັນນິສຍິງຢ່າງ ດັບເບິນຢູທີ.
ສຳລັບ ນາດາລ ມີລາຍການລົງປ້ອງກັນແຊ໊ມແກຣນສະແລມ ອອສເຕຣລຽນ ໂອເພັນ ເປັນການລາຍການໃຫຍ່ທຳອິດຂອງປີໜ້າ ເຊິ່ງຈະເຮັດການແຂ່ງຂັນ ທີ່ເມລເບີນ ລະຫວ່າງວັນທີ 16-29 ມັງກອນ 2023.

