ສຳນັກຂ່າວຕ່າງປະເທດລາຍງານໃນ ວັນທີ 20 ທັນວາ2022 ນີ້ວ່າ: ອົງການອາຫານ ແລະ ກະສິກຳ ແຫ່ງສະຫະປະຊາຊາດ (FAO) ເປີດເຜຍວ່າ: ຊາວສີລັງກາ ປະມານ 6,2 ລ້ານຄົນ ພວມປະເຊີນກັບ ຄວາມບໍ່ໝັ້ນຄົງ ທາງດ້ານອາຫານ ໃນລະດັບ ປານກາງ. ບົດລາຍງານ ຂອງອົງການ ຍັງລະບຸວ່າ ໃນລະຫວ່າງ ເດືອນມິຖຸນາ-ເດືອນທັນວາ ປີ 2022, ຄົວເຮືອນ 4 ໃນ 10 ມີລາຍໄດ້ ຫລຸດລົງ, ໂດຍ 1 ໃນ 2 ພວມປະເຊີນກັບ ການຂາດແຄນ ດ້ານສະບຽງອາຫານ ຫລື ເງິນຊື້ອາຫານ.