ສື່ດັງຢືນຢັນ ໂຣນັລໂດ ຍ້າຍໄປ ອັລ ນາສເຊີ ກ່ອນທ້າຍປີ 2022

ສື່ສະເປນຢືນຢັນວ່າ ຄຣິສຕຽນໂນ ໂຣນັລໂດ ກອງໜ້າທີມຊາດໂປຣຕຸເກສ ຈະຍ້າຍໄປຢູ່ກັບ ອັລ ນາສເຊີ ສະໂມສອນໃນລີກຊາອຸດິອາຣະເບຍ ກ່ອນທ້າຍປີ 2022.

ສຳລັບ ໂຣນັລໂດ ກາຍເປັນນັກເຕະບໍ່ມີສັງກັດ ຫລັງແຍກທາງກັບ ແມນເຊສເຕີ ຢູໄນເຕັດ ໄປເມື່ອໄລຍະທ້າຍເດືອນພະຈິກທີ່ຜ່ານມາ ເຊິ່ງປັດຈຸບັນລາວ ພວມຢູ່ໃນລະຫວ່າງຫາຕົ້ນສັງກັດໃຫມ່.

ໂດຍທີມທີ່ມີຂ່າວກັບ ໂຣນັລໂດ ຫລາຍທີ່ສຸດນັ້ນກໍຄື ອັລ ນາສເຊີ ທີມດັງໃນລີກ ຊາອຸດິ ອາຣະເບຍ ແຕ່ກໍຍັງບໍ່ທັນມີການຢືນຢັນຈາກທັງສອງຝ່າຍ ກ່ຽວກັບການຊື້ຂາຍດັ່ງກ່າວ.

ຫລ້າສຸດ ມາກາ ສື່ຊື່ດັງຂອງສະເປນ ເປີດເຜີຍວ່າ ໂຣນັລໂດ ກຽມທີ່ຈະເຊັນສັນຍາມູນຄ່າເຖິງ 175 ລ້ານປອນ/ປີ ກັບ ອັລ ນາສເຊີ ກ່ອນຫມົດປີ 2022 ແລະ ຈະເຊັນສັນຍາເຖິງປີ 2025.

ນອກຈາກນັ້ນມີລາຍງານເພີ່ມຕື່ມວ່າ ດາວເຕະອາຍຸ 37 ປີ ພ້ອມກັບຄອບຄົວພວມຢູ່ທີ່ນະຄອນດູໄບ ສະຫະລັດ ອາຣັບເອມິເຣສ ເພື່ອຖ້າເຈລະຈາການ ຊື້ຂາຍດັ່ງກ່າວໃຫ້ສຳເລັດ.