ອາດສະພອນ ແຕ່ງຕັ້ງກຸ່ມເກັບຊື້-ຂາຍມັນຕົ້ນ ປະຈໍາເມືອງ

ຫ້ອງວ່າການປົກຄອງເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ມີພິທີປະກາດແຕ່ງຕັ້ງກຸ່ມ ເກັບຊື້-ຂາຍ ມັນຕົ້ນ ຂອງເມືອງຂຶ້ນ ຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມເມືອງດັ່ງກ່າວ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ສີວິໄລ ສີທໍາມະວັນ ຮອງເຈົ້າເມືອງອາດສະພອນ ພ້ອມດ້ວຍຫົວໜ້າ-ຄະນະຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ ຕະຫຼອດເຖິງຜູ້ຕາງໜ້າຜູ້ປະກອບການທຸລະກິດພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງອາດສະພອນ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານກຸ່ມເກັບຊື້-ຂາຍມັນຕົ້ນຂອງເມືອງ ໂດຍເຫັນດີແຕ່ງຕັ້ງ ທ່ານ ກຸມພາພອນ ລິດທານຸວົງ ເປັນປະທານກຸ່ມ, ທ່ານ ສຸວັນນາ ຈັນທະວົງ, ທ່ານ ທັນສະໄໝ ວິວັນງາມ ເປັນຮອງປະທານກຸ່ມ ພ້ອມທັງເປັນປະທານກວດກາ, ທ່ານ ປັນຍາ ອຸດົມສິນ ເປັນຮອງປະທານກວດກາ ຊຶ່ງການສ້າງຕັ້ງກຸ່ມເກັບຊື້-ຂາຍມັນຕົ້ນຂອງເມືອງ ກໍເພື່ອເປັນການຄຸ້ມຄອງ, ປົກປ້ອງຜົນປະໂຫຍດຂອງພໍ່ແມ່ປະຊາຊົນຊາວເມືອງອາດສະພອນ ຜູ້ທີ່ປູກມັນຕົ້ນຂອງກຸ່ມເກັບຊື້-ຂາຍມັນຕົ້ນ ໃຫ້ຖືກຕ້ອງ, ຢູ່ໃນລະບຽບກົດໝາຍ-ລະບຽບຂອງກຸ່ມ ທັງເປັນການອໍານວຍຄວາມສະດວກທາງດ້ານການຕະຫຼາດ ກໍຄືຜົນຜະລິດຂອງປະຊາຊົນໃນທົ່ວເມືອງ ແລະ ການຄຸ້ມຄອງລາຄາມັນຕົ້ນກໍ່ຢູໃນລະບຽບການ ຕະຫຼອດຮອດການຕິດຕາມ, ກວດກາ, ຄຸ້ມຄອງ, ການເຄື່ອນຍ້າຍມັນຕົ້ນ ຂອງຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງລັດ ກໍມີຄວາມສະດວກສະບາຍ.
ໂອກາດນີ້, ທ່ານຮອງເຈົ້າເມືອງ ໄດ້ກ່າວວ່າ: ການເກັບຊື້-ຂາຍມັນຕົ້ນພາຍໃນເມືອງ ຕ້ອງໃຫ້ຖືກຕາມລະບຽບກົດໝາຍ ຕ້ອງມີກຸ່ມເກັບຊື້ມັນຕົ້ນ ເພື່ອຈະໄດ້ຕິດຕາມກວດກາຕາມລະບຽບການ ເພື່ອຮັບປະກັນການມອບພັນທະອາກອນເຂົ້າງົບປະມານຢ່າງຖືກຕ້ອງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ຕ້ອງໄດ້ປະຕິບັດວິຊາສະເພາະຂອງຕົນ ໃນການຕິດຕາມກວດກາຢ່າງເຂັ້ມງວດ.
อาจเป็นรูปภาพของ 11 คน, ผู้คนกำลังนั่ง และ ผู้คนกำลังยืน