ໂສກນາດຕະກຳເຮືອຫລວງສຸໂຂໄທເກີດອຸບັດເຫດ ຍັງສູນຫາຍອີກຫລາຍສິບຄົນ

ວັນທີ 18 ທັນວາທີ່ຜ່ານມາ ເກີດໂສກນາດຕະກຳສະເທືອນໃຈທີ່ກາຍເປັນຄວາມສູນເສຍຄັ້ງໃຫຍ່ຂອງກອງທັບເຮືອປະເທດໄທ ພາຍຫລັງເກີດເຫດເຮືອຫລວງສຸໂຂໄທ (442) ຖືກພາຍຸລົມແຮງພັດ, ມີນ້ຳໄຫລເຂົ້າໃນເຮືອ ເຮັດໃຫ້ເຮືອດັບກາງທະເລອ່າວໄທ ຈົມລົງນ້ຳໃນລະດັບຄວາມເລິກ 40 ແມັດ ທີ່ ອຳເພີ ບາງສະພານ, ຈັງຫວັດ ປະຈວບສິຣິຂັນ ມີກຳລັງພົນ 105 ຄົນ, ກອງທັບເຮືອອອກຄົ້ນຫາສາມາດຊ່ວຍຜູ້ປະສົບໄພທັງໝົດ 75 ຄົນ.
ລ່າສຸດມາຮອດວັນທີ 21 ທັນວາ 2022 ນີ້ ໂຄສົກກອງທັບເຮືອໃຫ້ຮູ້ວ່າ ປັດຈຸບັນ ພົບ 82 ຄົນແລ້ວ, ໃນນັ້ນເສຍຊີວິດ 6 ຄົນ, ໄດ້ຮັບການປິ່ນປົວ 17 ຄົນ ແລະ ຍັງສູນຫາຍອີກ 23 ຄົນ.

