ມາເລເຊຍອອກກົດໝາຍໃໝ່ ຫ້າມຜູ້ຍິງມຸດສະລິມແຕ່ງກາຍແບບຜູ້ຊາຍ-ຖືພາກ່ອນແຕ່ງດອງ

ລັດຕຣັງການູແຫ່ງມາເລເຊຍອອກກົດໝາຍໃໝ່ ເຊິ່ງມີການລົງໂທດຜູ້ຍິງຊາວມຸດສະລິມທີ່ຖືພາກ່ອນເຂົ້າພິທີແຕ່ງດອງຢ່າງຖືກຕ້ອງ ລວມທັງຜູ້ຍິງທີ່ແຕ່ງກາຍເປັນຜູ້ຊາຍ ຫລື ມີພຶດຕິກຳຄືຜູ້ຊາຍ ຖ້າຝ່າຝືນຈະມີໂທດປັບໄໝ ຕິດຄຸກ ຫລື ຖືກຕີ.

ລັດຕຣັງການູແຫ່ງມາເລເຊຍ ເຊິ່ງຢູ່ໃນການປົກຄອງຂອງພັກອິດສະລາມແຫ່ງມາເລເຊຍ (Parti Islam Se-Malaysia ຫລື PAS) ຫາກໍອະນຸມັດເຫັນພ້ອມໃຫ້ບັງຄັບໃຊ້ກົດໝາຍໃໝ່ທີ່ກຳນົດການລົງໂທດຜູ້ຍິງຊາວມຸດສະລິມທີ່ຖືພາກ່ອນເຂົ້າພິທີແຕ່ງດອງຢ່າງຖືກຕ້ອງຕາມປະເພນີ ແລະ ຜູ້ຍິງທີ່ແຕ່ງກາຍຄືຜູ້ຊາຍ ຫລື ມີພຶດຕິກຳຮຽນແບບຜູ້ຊາຍ ໃນຕົ້ນເດືອນທັນວານີ້.

ກົດໝາຍໃໝ່ກຳນົດໂທດປັບໄໝສູງສຸດ 5.000 ຣິງກິດ, ຕິດຄຸກ 3 ປີ, ຕີ 6 ບາດ ຢ່າງໃດຢ່າງໜຶ່ງ ຫລື ລົງໂທດຮ່ວມກັນ.

ທ່ານ ສາທິຟູລ ບາຮາຣີ ມາມັດ ເຈົ້າໜ້າທີ່ສາສະໜາຂອງລັດຕຣັງການູ ຍັງກ່າວວ່າ: ການໃຊ້ເວດມົນຄາຖາ ຫລື ຄຸນໄສອື່ນໆ ຖືວ່າເປັນຄວາມຜິດຕາມກົດໝາຍໃໝ່ນີ້ເຊັ່ນກັນ ໂດຍທ່ານ ມາມັດ ອ້າງວ່າ: ກົດໝາຍສະບັບນີ້ອອກມາບັງຄັບໃຊ້ເພື່ອ “ປົກປ້ອງ” ຊາວມຸດສະລິມໃຫ້ມີການເປັນຢູ່ທີ່ດີ ແລະ ເໝາະສົມ ໂດຍເປັນກົດໝາຍທີ່ເພີ່ມຕື່ມເຂົ້າມາ ເນື່ອງຈາກກ່ອນໜ້ານີ້ມີພຽງຂໍ້ຫ້າມຜູ້ຊາຍຊາວມຸດສະລິມສະແດງພຶດຕິກຳຄືຜູ້ຍິງ.