ນະຄອນຫລວງມົດສະກູ ຫິມະຕົກໜັກສຸດໃນຮອບ 33 ປີ ສົ່ງຜົນກະທົບຕໍ່ຖ້ຽວບິນ ແລະ ການເດີນທາງ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 19 ທັນວາ 2022 ຫລາຍພື້ນທີ່ໃນມົດສະກູ ນະຄອນຫລວງຂອງຣັດເຊຍ ແລະ ພື້ນທີ່ອ້ອມຂ້າງ ມີຫິມະຕົກໜັກທີ່ສຸດໃນຮອບ 33 ປີ ສົ່ງຜົນກະທົບຕໍ່ການຈະລາຈອນ ເຮັດໃຫ້ຖ້ຽວບິນລ່າຊ້າ 100 ກວ່າຖ້ຽວ ແລະ ຍັງປົກຄຸມຫົນທາງເຮັດໃຫ້ການສັນຈອນໄປ-ມາບໍ່ສະດວກ.