ປີ 2022 ວຽກງານການເງິນຍັງມີທ່າແຮງບົ່ມຊ້ອນຂອງການເກັບງົບປະມານແຫ່ງລັດ ແລະ ການຮົ່ວໄຫລໃນຫລາຍຂອດຂັ້ນ

ວັນທີ 20 ທັນວາ 2022 ນີ້, ກະຊວງການເງິນ ໄດ້ຈັດກອງປະຊຸມສະຫລຸບວຽກງານການເງິນ ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງປີ 2023 ຢູ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານກະຊວງການເງິນເຂົ້າຮ່ວມ.
ທ່ານ ລັດຖະມົນຕີກະຊວງການເງິນ ກ່າວວ່າ: ເພື່ອໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2022 ເປັນຕົ້ນແມ່ນການຂຸດຄົ້ນທ່າແຮງບົ່ມຊ້ອນໃນການເກັບເຂົ້າງົບປະມານແຫ່ງລັດຢ່າງພາວະວິໄສ, ຕ້ອງຮັບຮູ້ ແລະ ກ້າຮັບຜິດຊອບຕໍ່ຜົນສຳເລັດ, ກ້າຕໍານິສິ່ງທີ່ພວກເຮົາເຮັດບໍ່ໄດ້ດີ ເຮັດໃຫ້ເກັບລາຍຮັບບໍ່ຄົບຖ້ວນ, ເກັບແລ້ວບໍ່ມອບ, ຮົ່ວໄຫລໃນຫລາຍຂອດຂັ້ນ, ຫລາຍຂົງເຂດທີ່ຍັງສະສົມມາບໍ່ໄດ້ຖືກແກ້ໄຂ; ເກັບລາຍຮັບບໍ່ສົມຄູ່ກັບທ່າແຮງບົ່ມຊ້ອນເປັນຕົ້ນແມ່ນໃນຂົງເຂດຊັບພະຍາກອນທຳມະຊາດ, ແຮ່ທາດ, ພະລັງງານ, ການນຳເຂົ້ານໍ້າມັນເຊື້ອໄຟ, ອຸປະກອນກໍ່ສ້າງ, ເຄື່ອງໄຊ້ໄຟຟ້າ, ອຸປະໂພກ-ບໍລິໂພກ ແລະ ອື່ນໆ ແລະ ຕ້ອງໄດ້ຕີລາຄາຢ່າງມີຄວາມຮັບຜິດຊອບສູງ ເພື່ອເຫັນໄດ້ບັນຫາທີ່ເຮົາຕ້ອງຕັດສິນໃຈເດັດຂາດແກ້ໄຂ, ພ້ອມທັງຂຸດຄົ້ນທຸກທ່າແຮງບົ່ມຊ້ອນຖານລາຍຮັບໃຫ້ໄດ້ເພີ່ມຂຶ້ນຢ່າງຈະແຈ້ງຊັດເຈນ; ຄວາມຈໍາເປັນໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ເປັນບັນຫາສະສົມມາຢ່າງຍາວນານບໍ່ທັນໄດ້ຮັບການແກ້ໄຂບັນຫາໜີ້ສິນສາທາລະນະພາຍໃນ ແລະ ຕ່າງປະເທດ ສູງເກີນຄວາມສາມາດທີ່ຈະແກ້ໄຂໄດ້ໃນໄລຍະສັ້ນ, ບັນຫາການລະເມີດວິໄນການເງິນ, ການອັດຊ່ອງວ່າງການຮົ່ວໄຫລການຂຸດຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນ; ເພື່ອສ້າງລາຍຮັບພາຍໃນໃຫ້ເພີ່ມຂຶ້ນຕາມທ່າແຮງທີ່ມີ ແລະ ສະພາບການຮົ່ວໄຫລການເກັບລາຍຮັບຍັງເກີດຂຶ້ນຢ່າງແຜ່ລາມ, ການປະຕິບັດ ແລະ ຕ້ານການຟຸ່ມເຟືອຍເພື່ອຫລຸດຜ່ອນການຂາດດຸນງົບປະມານ, ການລະດົມທຶນ ເພື່ອການພັດທະນາ ແລະ ດຸ່ນດ່ຽງງົບປະມານ ທັງໝົດນັ້ນ ເປັນບັນຫາພື້ນຖານທີ່ເຫັນວ່າ ໝົດທຸກພາກສ່ວນຂະແໜງການສູນກາງ, ທ້ອງຖິ່ນ ແລະ ທົ່ວສັງຄົມຕ້ອງໄດ້ເຂົ້າຮ່ວມຕາມພາລະບົດບາດ ເພື່ອໃຫ້ມີສ່ວນຮ່ວມຂອງທຸກພາກສ່ວນ ເສດຖະກິດ-ສັງຄົມໃນການແກ້ໄຂບັນຫາ.
ສໍາລັບທິດທາງແຜນການປະຈໍາປີ 2023 ແນໃສ່ສ້າງພື້ນຖານຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ຕ້ອງສົມທົບຢ່າງແໜ້ນແຟ້ນລະຫວ່າງຂະແໜງສູນກາງ ແລະ ທ້ອງຖິ່ນໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ໜີ້ສິນສາທາລະນະ, ຈຳກັດຄວາມສ່ຽງບໍ່ໃຫ້ສູ່ສະພາວະວິກິດການທາງດ້ານເສດຖະກິດ-ການເງິນຮ້າຍແຮງ, ບໍ່ໃຫ້ຕົກຢູ່ໃນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້ ແລະ ຮັບປະກັນການສ້າງບັນດາປັດໄຈທີ່ຈຳເປັນໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ; ຍົກສູງຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການເງິນມະຫາພາກໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ.
ພ້ອມດຽວກັນນີ້, ໃນກອງປະຊຸມດັ່ງກ່າວຍັງຈະໄດ້ພ້ອມກັນຄົ້ນຄວ້າ, ຕີລາຄາບັນຫາທີ່ສໍາຄັນຂອງຂະແໜງການເງິນຕາມການແບ່ງຄວາມຮັບຜິດຊອບໃຫ້ສະມາຊິກລັດຖະບານ, ອົງການປົກຄອງທ້ອງຖິ່ນຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຕີລາຄາວຽກງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ອື່ນໆ.

