ວຽກງານການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ໃນໄລຍະ 11 ເດືອນ

ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລາຍງານຕໍ່ກອງປະຊຸມວຽກງານໄອຍະການທົ່ວປະເທດ ປະຈຳປີ 2022 ການເຄື່ອນໄຫວວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ວັນທີ 20 ທັນວາ 2022 ນີ້ວ່າ:
ໄລຍະຜ່ານມາ ຄະນະພັກ-ຄະນະນໍາອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ແຕ່ລະຂັ້ນ ຖືວຽກງານການເມືອງແນວຄິດເປັນກົກ ແລະ ເອົາໃຈໃສ່ສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ ແລະ ກົດໝາຍຂອງລັດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັັດຖະກອນ ເປັນປົກກະຕິ; ເອົາໃຈໃສ່ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍໄດ້ປັບປຸງ, ກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ-ນະຄອນຫລວງ, ເຂດ ແລະ ພະນັກງານອົງການໄອຍະການປະຊາ ຊົນເຂດ ລົງໄປປະຈໍາເມືອງ ຕິດພັນກັບການປັບປຸງກົງຈັກ ແລະ ບັນຈຸສັບຊ້ອນພະນັກງານນໍາພາ-ຄຸ້ມຄອງຄືນໃໝ່, ສັບຊ້ອນຈາກສູນກາງ ໄປເພີ່ມໃຫ້ທ້ອງຖິ່ນ.
ວຽກງານການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ໃນໄລຍະ 11 ເດືອນຜ່ານມາ ໄດ້ຕິດຕາມກວດກາການປະຕິບັດຄໍາສັ່ງຕ່າງໆທີ່ອອກໄປແລ້ວ ເຊັ່ນ:
- ອອກຄໍາສັ່ງເປີດການສືບສວນ-ສອບສວນ 803 ສະບັບ;
- ອອກຄໍາສັ່ງຍຶດ ແລະ ອາຍັດຊັບ 73 ສະບັບ;
- ອອກຄໍາສັ່ງກວດຄົ້ນເຄຫາສະຖານ 514 ສະບັບ;
- ອອກຄໍາສັ່ງຈັບຕົວ 911 ສະບັບ;
- ອອກຄໍາສັ່ງກັກຂັງພາງ 448 ສະບັບ;
- ອອກຄໍາສັ່ງຕໍ່ກໍານົດເວລາກັກຂັງພາງ 776 ສະບັບ;
- ອອກຄໍາສັ່ງປ່ອຍຕົວພາງ 789 ສະບັບ;
- ອອກຄໍາສັ່ງປ່ອຍຕົວກ່ອນກໍານົດ 182 ສະບັບ
- ອອກຄໍາແນະນໍາກ່ຽວກັບການດໍາເນີນຄະດີອາຍາ 308 ສະບັບ.
ຜ່ານການຕິດຕາມກວດກາ ເຫັນວ່າບັນດາຄໍາສັ່ງເຫລົ່ານັ້ນ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ລະບຽບຫລັກການທີ່ກໍານົດໄວ້.

