ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມ ວຽກງານຕິດ ຕາມກວດກາ ທົ່ວໄປ ຄັ້ງທີ 1

ວັນທີ 19 ທັນວາ 2022 ຢູ່ ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມວຽກງານຕິດຕາມກວດກາທົ່ວໄປ ທົ່ວປະເທດ ຄັ້ງທີ 1 ຕີລາຄາຜົນສໍາເລັດ, ຂໍ້ຄົງຄ້າງ, ທິດທາງລວມ, ວຽກງານຈຸດສຸມແຕ່ລະດ້ານ ໃນຊຸມປີຕໍ່ຫນ້າ. ພ້ອມທັງ ປະກອບຄໍາເຫັນກ່ຽວກັບວຽກງານຕິດ ຕາມກວດກາທົ່ວໄປ ກ່ຽວກັບ ການປະຕິບັດກົດຫມາຍທົ່ວໄປ, ການປ້ອງກັນອາຊະຍາກໍາ, ການອອກນິຕິກໍາ, ການຕິດຕາມກວດກາການດໍາເນີນຄະດີປົກຄອງ ແລະ ການປະຕິບັດຄໍາຕັດສິນຂອງສານ ຢ່າງເປັນຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດຂອງ ອົງການໄອຍະການປະຊາຊົນ ໃນການປະຕິບັດວຽກງານ ຕິດຕາມກວດ ກາທົ່ວໄປ ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນໍາວ່າ ວຽກງານນີ້ແມ່ນການຕິດຕາມກວດກາ ການເຄົາລົບການປະຕິບັດກົດໝາຍ ແລະ ການປະຕິບັດກົດຫມາຍທົ່ວໄປ, ການລະເມີດ ແລະ ການແກ້ໄຂ ການລະ ເມີດກົດໝາຍ, ກົດຫມາຍປົກຄອງ, ກົດໝາຍອາຍາ, ການປ້ອງກັນອາຊະຍາກໍາ, ການຊອກຫາໜໍ່ແໜງ ອາຊະຍາກໍາ ແລະ ການດໍາເນີນຄະດີອາຍາ. ການຄົ້ນຄວ້າຂໍ້ມູນອາຊະຍາກໍາ, ການຕິດຕາມກວດກາການ ດໍາເນີນຄະດີປົກຄອງ, ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນໃນອັນດັບແຖວໜ້າ ຂອງອົງການໄອຍະການປະຊາຊົນ ເປັນວຽກງານໜຶ່ງທີ່ນອນຢູ່ໃນພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ. ນັບແຕ່ໄດ້ຮັບການກໍ່ຕັ້ງ ໃນປີ 1990 ເປັນຕົ້ນມາ ອົງການໄອຍະການປະຊາຊົນ ກໍໄດ້ເອົາໃຈໃສ່ໃນການ ປະຕິບັດຫນ້າທີ່ຂອງຕົນ ໃນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດຫມາຍຂອງບັນດາກະຊວງ, ອົງການລັດ ທຽບເທົ່າກະຊວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງ ທ້ອງຖິ່ນ, ວິສາຫະກິດ ແລະ ພົນລະເມືອງ ໂດຍສະເພາະ ການຕິດຕາມກວດກາທົ່ວໄປ ຢ່າງມີຜົນສໍາເລັດ ໂດຍພື້ນຖານ.
ທ່ານ ໄຊຊນະ ໂຄດພູທອນ ຍັງກ່າວຕື່ມອີກວ່າ: ໃນຊຸມປີຕໍ່ໜ້ານີ້ ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ທົ່ວປະເທດ ຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການຄົ້ນ ຄວ້າ, ເຊື່ອມຊຶມ, ກໍາແໜ້ນວຽກງານຕິດຕາມກວດກາທົ່ວໄປເປັນຢ່າງດີ, ຍົກລະດັບ ພະນັກງານໄອຍະການປະຊາຊົນ ກ່ຽວກັບການຕິດຕາມກວດກາທົ່ວໄປ; ສ້າງນິຕິກໍາ ເປັນຕົ້ນ ຄໍາສັ່ງ, ຄໍາແນະນໍາ ກ່ຽວ ກັບ ວຽກງານຕິດຕາມກວດກາທົ່ວໄປ; ສ້າງປື້ມຄູ່ມື ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີປົກຄອງ, ປື້ມຄູ່ມື ກ່ຽວກັບການຕິດຕາມກວດກາ ການປ້ອງກັນອາຊະຍາກໍາ, ປື້ມຄູ່ມືການຕິດຕາມກວດ ກາ ການປະຕິບັດຄໍາຕັດສິນຂອງສານ; ສ້າງກົນໄກປະສານງານວຽກງານຕິດຕາມກວດກາທົ່ວໄປ ລະຫວ່າງ ອົງການໄອຍະການປະຊາຊົນ ກັບ ລັດຖະບານ, ອົງການປົກຄອງທ້ອງຖິ່ນ, ສານປະຊາຊົນ, ອົງການປະຕິບັດຄໍາຕັດສີນຂອງສານ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ.
ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ພາກ, ແຂວງ, ນະຄອນຫລວງ ຕ້ອງຄົ້ນຄວ້າເຊື່ອມຊຶມຢ່າງເລິກເຊິ່ງ ກ່ຽວກັບວຽກງານຕິດຕາມກວດກາທົ່ວໄປ ແລະ ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມ ໃນຄັ້ງນີ້ ເປັນແຜນການລະອຽດຂອງກົມກອງ ແລະ ທ້ອງຖິ່ນຂອງຕົນ ຢ່າງມີປະສິດທິຜົນ, ປັບປຸງກົນໄກປະສານງານໃຫ້ກົມກຽວ ລະຫວ່າງ ສາຍຕັ້ງ-ສາຍຂວາງ ແລະ ພາກສ່ວນກ່ຽວຂ້ອງໃຫ້ການບໍລິການ ທາງດ້ານກົດໝາຍແກ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖິງ ຂະບວນການຍຸຕິທໍາໄດ້ສະດວກ, ວ່ອງໄວ ມີຄວາມໂປ່ງໃສ, ຍຸຕິທໍາ, ຖືສໍາຄັນການຕິດຕາມກວດກາ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ-ນະຄອນຫລວງ ກໍຄືການກວດ ກາ ຂອງປະຊາຊົນ ຕໍ່ການປະຕິບັດຫນ້າທີ່ຂອງ ອົງການໄອຍະການປະຊາຊົນທຸກຂັ້ນ.
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และ สถานที่ในร่ม