ຝຣັ່ງດີໃຈ ໄດ້ 5 ນັກເຕະຕົວຫລັກ ພ້ອມຊ່ວຍທີມເກມນັດຊີງຊະນະເລີດບານໂລກ 2022

ສື່ລາຍງານວ່າ ທີມຊາດຝຣັ່ງ ຈະໄດ້ 5 ນັກເຕະຄົນສຳຄັນທີ່ປະກອບດ້ວຍ ຣາຟາເອລ ວາຣານ, ອີບຣາຮິມາ ໂຄນາເຕ, ດາໂຢ ອູປາເມກາໂນ, ອາດຣຽງ ຣາບິໂອ ແລະ ອໍເຣລຽງ ຊູອາເມນີ ຄືນທັບໃນເກມນັດຊີງຊະນະເລີດບານໂລກກັບ ອາເຈນຕີນາ.
ກ່ອນໜ້ານີ້ມີລາຍງານວ່າ ຝຣັ່ງ ພົບບັນຫານັກເຕະເປັນໄຂ້ຫວັດ ອູດ ລວມເຖິງບາດເຈັບຫລາຍຄົນ ປະກອບດ້ວຍ ຣາຟາເອລ ວາຣານ, ອິບຣາຮີມາ ໂຄນາເຕ, ດາໂຢ ອູປາເມກາໂນ, ອາດຣຽງ ຣາບີໂອ ແລະ ຄິງສະເລ ໂກມັນ ທີ່ປ່ວຍ ລວມເຖິງ ອໍເຣລຽງ ຊູອາເມນີ ແລະ ເຕໂອ ແອັກນ໊ອງເດດ ທີ່ບາດເຈັບ.
ແນວໃດກໍຕາມຫລ້າສຸດ ຟຣອງ ຟຸດບອລ ສື່ຊື່ດັງໄດ້ເປີດເຜີຍວ່າ : ຣາຟາເອລ ວາຣານ ແລະ ອິບຣາຮິມາ ໂຄນາເຕ 2 ກອງຫລັງຕົວຫລັກຈາກເກມ ຮອງຊະນະເລີດທີ່ຊະນະ ໂມຣ໊ອກໂກ 2-0 ຈະເຊົາກັບມາຊ່ວຍທີມໄດ້ທັນໃນເກມຮອບຊີງຊະນະເລີດກັບ ອາເຈນຕີນາ ວັນທີ 18 ທັນວາ ແລະ ທັງຄູ່ກໍ ລົງຊ໊ອມໄດ້ແລ້ວ.
ຂະນະທີ່ ອາເມັມຊີ ສະປອດ ລະບຸເພີ່ມວ່າ ດາໂຢ ອູປາເມກາໂນ, ອາດຣຽງ ຣາບີໂອ ແລະ ອໍເຣລຽງ ຊູອາເມນີ ກໍຈະພ້ອມສຳລັບເກມທີ່ຈະມາເຖິງນີ້ເຊ່ັນ ດຽວກັນ.
ສຳລັບການຊ້ອມຫລ້າສຸດເມື່ອວັນທີ 17 ທັນວາ ມີພາບຂອງ ຄິງສະເລ ໂກມັນ ແລະ ເຕໂອ ແອັກນ໊ອງເດດ ກັບມາຊ້ອມຮ່ວມກັບທີມໄດ້ແລ້ວ ແຕ່ຍັງບໍ່ມີການຢືນຢັນວ່າຈະສົມບູນທັນຫລືບໍ່.

