ປີ 2022 ນະຄອນຫລວງວຽງຈັນ ມີປາກົດການຫຍໍ້ທໍ້ເກີດຂຶ້ນ 1.692 ເລື່ອງ ພົ້ນເດັ່ນແມ່ນຄະດີລັກຊັບ ແລະ ລັກລົດຈັກ

ວັນທີ 15 ທັນວາ 2022 ນີ້, ທ່ານ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ (ນວ) ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ແລະ ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ: ການຄາດຕະກໍາ, ການປຸ້ນຊັບ, ຊີງຊັບ, ລັກຊັບພົນລະເມືອງ ແລະ ອື່ນໆ ຢູ່ ນວ ຕໍ່ກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມປີ 2023 ວ່າ: ໃນໄລຍະປີ 2022 ນີ້, ນວ ມີສະພາບປາກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 1.692 ເລື່ອງ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 129 ເລື່ອງ, ສາມາດແກ້ໄຂໄດ້ 2.044 ເລື່ອງ (ນັບທັງເລື່ອງທີ່ເກີດຂຶ້ນແຕ່ປີ 2021, ແກ້ໄຂໄດ້ໃນປີ 2022 ຈຳນວນ 480 ເລື່ອງ, ເກີດຂຶ້ນໃນປີ 2022 ແກ້ໄຂໄດ້ 1.564 ເລື່ອງ), ກັກຕົວ 3.283 ຄົນ ຍິງ 429 ຄົນ; ໃນນີ້, ລັກຊັບ ເກີດຂຶ້ນ 1.471 ເລື່ອງຄື: ຄະດີລັກລົດຈັກເກີດຂຶ້ນ 971 ເລື່ອງ, ມ້າງໄດ້ 93 ເລື່ອງ, ກັກຕົວ121 ຄົນ, ງັດແງະລັກ 477 ເລື່ອງ, ທຸບແວ່ນລົດລັກຊັບ 14 ເລື່ອງ, ມ້າງໄດ້ 2 ເລື່ອງ, ລັກລົດໃຫຍ່ 9 ເລື່ອງ, ມ້າງໄດ້ 2 ເລື່ອງ; ຊີງຊັບ ເກີດຂຶ້ນ 93 ເລື່ອງ, ມ້າງໄດ້ 19 ເລື່ອງ, ກັກຕົວ 23 ຄົນ; ປຸ້ນຊັບພົນລະເມືອງ ເກີດຂຶ້ນ 36 ເລື່ອງ, ມ້າງໄດ້ 11 ເລື່ອງ, ກັກຕົວ 16 ຄົນ; ຄາດຕະກຳ 13 ເລື່ອງ, ມ້າງໄດ້ 5 ເລື່ອງ, ກັກຕົວ 12 ຄົນ ຍິງ 1; ລັກພາຕົວ 4 ເລື່ອງ, ມ້າງໄດ້ 2 ເລື່ອງ, ກັກຕົວ 14 ຄົນ ຍິງ 2 ຄົນ (ຄົນຈີນ 1 ຄົນ, ທະຫານ 3 ຄົນ); ຊື້ຂາຍ, ຄອບຄອງ, ຂົນສົ່ງຢາເສບຕິດມ້າງ 906 ເລື່ອງ, ກັກຕົວ 1.592 ຄົນ; ມ້າງຊື້-ຂາຍ ແລະ ມີອາວຸດເສິກ ໄວ້ໃນຄອບຄອງ 20 ເລື່ອງ, ກັກຕົວ 26 ຄົນ ແລະ ອື່ນໆ.

ຈາກປາກົດການຫຍໍ້ທໍ້ໃນສັງຄົມທີ່ເກີດຂຶ້ນນັ້ນໄດ້ສ້າງຜົນເສຍຫາຍເປັນເງິນກີບ 9.874.412.000 ກີບ, ເງິນບາດ 9.162.620 ບາດ, ເງິນໂດລາ 4.68.360 ໂດລາສະຫະລັດ, ເງິນຢູໂຣ 48.000 ຢູໂຣ, ຄໍາຮູບປະພັນໜັກ 188 ບາດ, ລົດໃຫ່ຍ 9 ຄັນ, ລົດຈັກເສຍຈາກການລັກ, ປຸ້ນ, ຊີງ ລວມ 1.158 ຄັນ ເເລະ ອື່ນໆ.

ຕໍ່ກັບຜົນເສຍຫາຍດັ່ງກ່າວ, ເຈົ້າໜ້າທີ່ສາມາດເກັບກູ້ເຄື່ອງຂອງກາງຄືນມາໄດ້ເປັນເງີນກີບ 983.208.000 ກີບ, ເງິນບາດ 4.767.580 ບາດ, ເງິນໂດລາ 55.800 ໂດລາ, ຄຳຮູບປະພັນໜັກ 85 ບາດ, ປືນສັ້ນ 77 ກະບອກ ພ້ອມກະສຸນ 844 ລູກ, ລົດຈັກ 131 ຄັນ, ລົດໃຫຍ່ 20 ຄັນ, ນ໋ອດທາງລົດໄຟ 20 ອັນ, ຢາບ້າ 5.122.368 ເມັດ, ຢາໄອສ໌ 38,437 ກິໂລກຣາມ, ເຮໂຣອິນ 10 ແພັກ ກັບ 1 ແທ່ງ ແລະອື່ນໆ.