ໂຣນັລໂດ ຍັງບໍ່ເຊົາຫລິ້ນໃຫ້ທີມຊາດໂປຣຕຸເກສ ພ້ອມຕັ້ງເປົ້າລຸຍຢູໂຣ 2024

ສື່ເປີດເຜີຍວ່າ ຄຣິສຕຽນໂນ ໂຣນັລໂດ ຕັດສິນໃຈແລ້ວວ່າຈະຍັງບໍ່ອຳລາທີມຊາດໂປຣຕຸເກສ ພ້ອມເຊື່ອວ່າຕົນເອງຈະມີປະໂຫຍດ ກັບທີມຊາດໄປຈົນເຖິງຢູໂຣ 2024.

ໂດຍ ໂຣນັລໂດ ບໍ່ສາມາດພາ ໂປຣຕຸເກສ ໄປເຖິງຝັ່ງຝັນດ້ວຍການຄວ້າແຊ໊ມໂລກ 2022 ມາຄອງໄດ້ ຫລັງເສຍໃຫ້ ໂມຣ໊ອກໂກ 0-1 ຕົກຮອບ 8 ທີມສຸດທ້າຍ.

ຫລັງເກມດັ່ງກ່າວ ດາວເຕະອາຍຸ 37 ປີໄດ້ໂພສຂໍ້ຄວາມຜ່ານໂຊຊຽລ ມີເດຍ ໃນລັກສະນະວ່າອາດຈະຕັດສິນໃຈທີ່ຈະອຳລາການຫລິ້ນທີມຊາດ ໂດຍຂໍເວລາທົບທວນໃນເລື່ອງດັ່ງກ່າວກ່ອນ.

ຫລ້າສຸດ  Correio da Manhã ສື່ໃນໂປຣຕຸເກສລາຍງານວ່າ ໂຣນັລໂດ ຕັດສິນແລ້ວວ່າຈະຍັງບໍ່ອຳລາໂປຣຕຸເກສ ແລະ ເຊື່ອວ່າຕົນເອງຍັງມີປະໂຫຍດກັບ ທີມໄປຈົນເຖິງຢ່າງຫນ້ອຍໃນບານເຕະຢູໂຣ 2024.

ສຳລັບບານໂລກ 2022 ທີ່ຜ່ານມາ ໂຣນັລໂດ ໄດ້ລົງສະໜາມໃຫ້ກັບ ໂປຣຕຸສເກສ ໄປ 5 ນັດ ຍິງໄດ້ 1 ປະຕູ.