ການນຳ ພັກ, ລັດ ວາງກະຕ່າດອກໄມ້ ຕ້ອນຊຽງຂວາງເກມ ແລະ ວັນເກີດປະທານໄກສອນ ພົມວິຫານ

ວັນທີ 14 ທັນວາ 2022, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອະນຸສາວະລີປະທານ ໄກສອນ ພົມວິຫານ, ອະນຸສາວະລີ ທ່ານ ພູມີ ວົງວິຈິດ ແລະ ອະນຸສາວະລີ ຕູ້ຢ່າ ໄຊຈູ ໃນໂອກາດຕ້ອນຮັບມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດຂອງຕົນ ເພື່ອຜົນປະໂຫຍດລວມຂອງຊາດ, ເພື່ອອະນາຄົດຂອງລູກຫລານບັນດາເຜົ່າ ຊຶ່ງຜົນງານ ແລະ ຄຸນ ງາມຄວາມດີຂອງທ່ານໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫລອດກາລະນານ.

ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວ ບັນ ດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ສະຫລາດຫລັກແຫລມ, ມີໄຫວພິບແຫລມຄົມ, ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງ ພັກ, ລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ. ຂະນະທີ່ທ່ານ ພູມີ ວົງວິ ຈິດ ເປັນຜູ້ນໍາທີ່ມີບົດບາດສໍາຄັນໃນຂົງເຂດການສຶກສາລາວ ທັງເປັນນັກກະວີ, ນັກອັກສອນສາດ, ນັກການເມືອງທີ່ດີເດັ່ນຂອງຊາດໃນພາລະກິດຕໍ່ສູ້ກູ້ຊາດ ແລະ ໄລຍະປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສ່ວນທ່ານ ຕູ້ຢ່າ ໄຊຈູ ເປັນວິລະຊົນແຫ່ງຊາດລາວ, ເປັນນາຍທະຫານຜູ້ມີໄຫວພິບ, ສະຫລາດສ່ອງໃສ ແລະ ວ່ອງໄວ, ທ່ານ ໄດ້ສຸມສະຕິປັນຍາ ແລະ ເສຍສະລະເລືອດເນື້ອເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອການປະຕິວັດລາວ.

