ຮົງກົງຍົກເລີກມາດຕະການໂຄວິດທັງໝົດ ສຳລັບຜູ້ເຂົ້າເມືອງທີ່ມີຜົນກວດເຊື້ອເປັນລົບ ເລີ່ມວັນທີ 14 ທັນວານີ້

ທາງການຮົງກົງກຽມຍົກເລີກມາດຕະການປ້ອງກັນໂຄວິດທັງໝົດສຳລັບຜູ້ເດີນທາງເຂົ້າເມືອງທີ່ມີຜົນກວດເຊື້ອເປັນລົບ ໂດຍຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 14 ທັນວານີ້ ທ່າມກາງຄວາມພະຍາຍາມຫລຸດຜ່ອນນະໂຍບາຍຄວບຄຸມໂຄວິດ ຫລັງກໍລະນີການຕິດເຊື້ອທີ່ມາຈາກພາຍນອກຫລຸດຕໍ່າກວ່າການຕິດເຊື້ອພາຍໃນ.
ການປະກາດຍົກເລີກມາດຕະການທັງໝົດດັ່ງກ່າວ ລວມທັງການຍົກເລີກບັງຄັບໃຊ້ລະຫັດສຸຂະພາບສີເຫລືອງ (Amber Health Code) ໃນແອັບພລິເຄຊັນໂທລະສັບມືຖື ແລະ ຍົກເລີກລະບົບ 0+3 ທີ່ຫ້າມນັກເດີນທາງເຂົ້າຮ້ານອາຫານ, ບ່ອນອອກກຳລັງກາຍ ແລະ ສະຖານເສີມຄວາມງາມ ໃນໄລຍະ 3 ວັນທຳອິດທີ່ຢູ່ໃນຮົງກົງ ເຊິ່ງຖືເປັນມາດຕະການທີ່ສ້າງຄວາມລຳຄານໃຈ ແລະ ຖືກວິພາກວິຈານຢ່າງໜັກ.
ໂດຍຜູ້ເຂົ້າເມືອງທີ່ມີຜົນກວດເຊື້ອແບບ PCR ເປັນລົບ ຈະຍັງໄດ້ຮັບລະຫັດສຸຂະພາບສີຟ້າໃນແອັບ ເຊິ່ງເຮັດໃຫ້ສາມາດເຂົ້າໃຊ້ບໍລິການໃນສະຖານທີ່ຕ່າງໆທົ່ວເມືອງໄດ້ຢ່າງອິດສະຫລະ, ສ່ວນຜູ້ທີ່ມີຜົນກວດເຊື້ອເປັນບວກ ຈະໄດ້ຮັບລະຫັດສຸຂະພາບສີແດງ ແລະ ຕ້ອງປະຕິບັດຕາມລະບຽບການກັກຕົວຕາມປົກກະຕິ, ແຕ່ຈະບໍ່ມີການໃຫ້ໃສ່ສາຍຮັດຂໍ້ມືເອເລັກໂຕຣນິກແລ້ວ.
ຂະນະທີ່ຜູ້ເຂົ້າເມືອງຈະໄດ້ຮັບການກວດເຊື້ອແບບ PCR ທັງຢູ່ສະໜາມບິນ ແລະ ໃນວັນທີ 3 ທີ່ຢູ່ໃນຮົງກົງ ແລະ ຕ້ອງຮັບການກວດເຊື້ອແບບ Rapid Antigen Test ທີ່ຮູ້ຜົນກວດໄວຕໍ່ເນື່ອງເປັນເວລາ 5 ວັນ.
ສຳລັບປະຊາຊົນຊາວຮົງກົງບໍ່ຈຳເປັນຕ້ອງໃຊ້ແອັບ Leave Home Safe ເພື່ອປ້ອງກັນຄວາມສ່ຽງໃນການຕິດເຊື້ອອີກຕໍ່ໄປ, ແຕ່ການໃຊ້ບໍລິການຮ້ານອາຫານ ແລະ ສະຖານທີ່ອື່ນໆ ທີ່ກຳນົດໄວ້ ຍັງຈຳເປັນຕ້ອງສະແດງຫລັກຖານການສັກວັກຊີນຢ່າງໜ້ອຍ 3 ເຂັມ.
ນອກຈາກນີ້, ທາງການຈະຫລຸດມາດຕະການບັງຄັບກວດເຊື້ອແບບ PCR ສຳລັບອາຄານພັກອາໄສ ແລະ ກຳນົດໃຫ້ສະເພາະກຸ່ມສ່ຽງສູງ ຄືເຈົ້າໜ້າທີ່ໂຮງໝໍ ແລະ ສະຖານເບິ່ງແຍງຕ່າງໆ ທີ່ຕ້ອງກວດເຊື້ອແບບ PCR, ສ່ວນຜູ້ປະຕິບັດງານໃນອາຊີບອື່ນໆສາມາດເລືອກການກວດເຊື້ອແບບ Rapid Antigen Test ທີ່ຮູ້ຜົນວ່ອງໄວໄດ້.
ອ້າງອີງ:

