ຟີຟາ ຄິດໄອເດຍໃຫມ່ ເລັງຈັດບານເຕະສະໂມສອນໂລກ ຄ້າຍກັບບານໂລກ

ຟີຟາ ມີແນວຄິດໃຫມ່ ກຽມຈັດການແຂ່ງຂັນບານເຕະຊີງແຊ໊ມສະໂມສອນໂລດ ( Club World Cup ) ເປັນລາຍການທົວນາເມັນເຕັມຮູບແບບຄືກັບ ບານໂລກ ແຕ່ຕ້ອງໜ້າແຕກທັນທີ ເມື່ອສະໂມສອນບໍ່ເຫັນດີນຳ.

“ Daily mail” ສື່ຊັ້ນນຳຂອງອັງກິດລາຍງານວ່າ ສະຫະພັນບານເຕະນາໆຊາດ (FIFA) ມີແຜນຈະຈັດການແຂ່ງຂັນ FIFA Club World Cup ຫລື ບານເຕະຊີງແຊ໊ມສະໂມສອນໂລກ ໃນຮູບແບບເປັນລາຍການເຕັມຮູບແບບຄືກັບການແຂ່ງຂັນບານໂລກ ຮອບສຸດທ້າຍ ແຕ່ບັນດາສະໂມ ສອນຕ່າງໆບໍ່ເຫັນດີ ເຮັດໃຫ້ໂຄງການນີ້ຕ້ອງຖືກຍົກເລີກໄປ.

ຟີຟາ ມີແນວຄິດຈະຄັດເອົາ 32 ສະໂມສອນຈາກທົ່ວໂລກ ມາແຂ່ງຂັນກັນໃນຮູບແບບທົວນາເມັນ ເພື່ອຫາແຊ໊ມສະໂມສອນໂລກ ໂດຍມີເປົ້າຈັດຄັ້ງທຳ ອິດໃນປີ 2025 ທີ່ປະເທດສະຫະລັດ ອາເມຣິກາ ໂດຍພວກເຂົາໄດ້ເຊີນຕົວແທນຈາກສະໂມສອນຕ່າງໆ ມາຫາລືເພື່ອຂໍຄວາມເຫັນດີໃນການປະຊຸມເຊິ່ງ ຈັດຂຶ້ນທີ່ປະເທດກາຕ້າ ເມື່ອ 3 ອາທິດທີ່ຜ່ານມາ ແຕ່ເຫລ່ົາສະໂມສອນນັ້ນບໍ່ເຫັນດີນຳ ແລະ ບໍ່ຍອມລົງນາມເຫັນດີ.