ໂຣນັລໂດ ສະໜັບສະໜູນໃຊ້ຄູຝຶກຕ່າງຊາດ ຄຸມບຣາຊິລ ພ້ອມເຜີຍ 3 ລາຍຊື່ໃນຝັນ

ໂຣນັລໂດ ຕຳນານກອງໜ້າທີມຊາດບຣາຊິລ ສະແດງຄວາມເຫັນວ່າ ຢາກໃຫ້ຜູ້ຈັດການທີມແບບ ຄາໂລ ອັນເຊລັອດຕິ, ໂຈເຊ ມູຣິນໂຢ ຫລື ເປບ ກວາດີໂອລາ ເປັນຜູ້ຈັດການທີມບຣາຊິລ.

ເຕຕິ ຫາກໍກ້າວລົງຈາກຕຳແໜ່ງການເຮັດໜ້າທີ່ຜູ້ຈັດການທີມຂອງບຣາຊິລ ຫລັງເສຍໃຫ້ ໂຄຣເອເຊຍ ໃນການຍິງລູກໂທດ ໃນຮອບ 8 ທີມສຸດທ້າຍ ບານໂລກ 2022 ເຊິ່ງ ໂຣນັລໂດ ໄດ້ອອກມາສະແດງຄວາມເຫັນກ່ຽວກັບຜູ້ຈັດການທີມໃຫມ່ຂອງບຣາຊິລວ່າ.

“ ຂ້ອຍຢາກໃຫ້ເປັນໃຜຈັກຄົນຄື ກວາດີໂອລາ, ອັນເຊລັອດຕິ ຫລື ມູຣິນໂຢ ແນວໃດກໍຕາມຂ້ອຍບໍ່ແມ່ນຄົນຕັດສິນໃຈ ດັ່ງນັ້ນ ມາເບິ່ງກັນວ່າຈະເກີດ ຫຍັງຂຶ້ນ ”.

“  ມີຂ່າວລືຫລາຍກ່ຽວກັບຜູ້ຈັດການທີມເຫລ່ົານີ້ໃນບຣຊິລ ແຕ່ຂ້ອຍບໍ່ຮູ້ວ່າມັນແທ້ບໍ່ ຂ້ອຍບໍ່ໄດ້ຮູ້ສຶກວ່າມັນເປັນບັນຫາຫຍັງກັບການໃຊ້ຄູຝຶກຕ່າງ ຊາດສຳລັບບຣາຊິລ ”.