ເປຣູ ຮຽກຮ້ອງໃຫ້ຈັດການເລືອກຕັ້ງ ຫລັງມີການປະທ້ວງເຮັດໃຫ້ມີຄົນເສຍຊີວິດ 2 ຄົນ

ສະຖານະການການເມືອງໃນເປຣູຍັງເຄັ່ງຕຶງຢ່າງໜັກ ເຖິງວ່າຫາກໍມີປະທານາທິບໍດີເປັນຜູ້ຍິງຄົນທຳອິດໃນປະຫວັດສາດ ໂດຍຝ່າຍຕໍ່ຕ້ານອອກມາເຄື່ອນໄຫວຂັບໄລ່ ແລະ ຮຽກຮ້ອງໃຫ້ຈັດການເລືອກຕັ້ງ.
ວັນທີ 12 ທັນວາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງປ້ອງກັນປະເທດຂອງເປຣູລາຍງານ ຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ເປັນຜູ້ຊາຍອາຍຸ 15 ປີ ແລະ 18 ປີ ຈາກການປະທະລະຫວ່າງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ ກັບມວນຊົນຝ່າຍຕໍ່ຕ້ານປະທານາທິບໍດີ ດີນາ ໂບລູອາເຕ ເຊິ່ງເກີດຂຶ້ນກະຈາຍກັນຕາມເມືອງໃຫຍ່ຫລາຍແຫ່ງໃນປະເທດ ໃນວັນທີ 11 ທັນວາ. ນອກຈາກນັ້ນ ມີລາຍງານຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 4 ຄົນ.
ທັງນີ້, ຜູ້ປະທ້ວງສ່ວນຫລາຍເປັນຝ່າຍສະໜັບສະໜູນທ່ານ ເປໂດຣ ກັສຕິໂຢ ຜູ້ນຳຄົນກ່ອນໜ້າ ເຊິ່ງຖືກສະພາຖອດຖອນອອກຈາກຕຳແໜ່ງ ໃນວັນທີ 7 ທັນວາຜ່ານມາ ແລ້ວຫລັງຈາກນັ້ນບໍ່ດົນ ສະພາລົງມະຕິແຕ່ງຕັ້ງນາງ ໂບລູອາເຕ ເຊິ່ງຕອນນັ້ນຢູ່ໃນຕຳແໜ່ງຮອງປະທານາທິບໍດີ ໃຫ້ດຳລົງຕຳແໜ່ງໃນວາລະຂອງທ່ານ ກັສຕິໂຢ ຈົນຮອດປີ 2026 ເຊິ່ງນາງສ້າງປະຫວັດສາດເປັນຜູ້ນຳຍິງຄົນທຳອິດຂອງເປຣູນຳອີກ.
ເຖິງຢ່າງໃດກໍຕາມ, ມວນຊົນຝ່າຍຕໍ່ຕ້ານສະແດງຄວາມບໍ່ພໍໃຈວ່າ: ນາງ ໂບລູອາເຕ ບໍ່ໄດ້ມາຈາກການເລືອກຕັ້ງຂອງປະຊາຊົນ. ຂະນະທີ່ສຳນັກງານໄອຍະການສູງສຸດຢືນຢັນການຈັບກຸມທ່ານ ກັສຕິໂຢ ເບື້ອງຕົ້ນມີການຕັ້ງຂໍ້ກ່າວຫາຕໍ່ອີກຝ່າຍ “ເປັນກະບົດ” ແລະ “ສົມຮູ້ຮ່ວມຄິດ” ເພື່ອທຳລາຍລັດຖະທຳມະນູນຂອງເປຣູ.
ນາງ ໂບລູອາເຕ ປະກາດການຕັ້ງຄະນະລັດຖະບານເທັກໂນແຄຣດ ໃນວັນທີ 10 ທັນວາຜ່ານມາ ເປັນຜູ້ຍິງເຖິງ 8 ຄົນ ມີທັງນັກວິຊາການ ແລະ ອະດີດເຈົ້າໜ້າທີ່ລັດ ເຊິ່ງບໍ່ມີການເຊື່ອມໂຍງກັບພັກການເມືອງໃດ.

