ເທນ ຮາກ ຢືນຢັນກຽມໃຊ້ຕົວເລືອກຕໍ່ສັນຍາ 5 ນັກເຕະແມນຢູ

ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ຢືນຢັນພ້ອມໃຊ້ຕົວເລືອກຂະຫຍາຍສັນຍາກັບ 5 ນັກເຕະທີ່ພວມຈະຫມົດສັນຍາໃນໄລຍະ ສິ້ນສຸດລະດູການນີ້ແນ່ນອນ.
ສຳລັບ 5 ນັກເຕະທີ່ພວມຈະຫມົດສັນຍາດັ່ງກ່າວປະກອບດ້ວຍ ມາຄັສ ແຣສຟອດ, ລຸກ ຊໍ, ດາບິດ ເດ ເຄອາ, ເຟຣັດ ແລະ ດີໂອໂກ ດາໂລ ໂດຍ ແມນຢູ ມີຕົວເລືອກທີ່ເປີດທາງໃຫ້ສາມາດຕໍ່ສັນຍາກັບທັງຫມົດອອກໄປໄດ້ອີກ 12 ເດືອນໂດຍອັດຕະໂນມັດ ແລະ ເທນ ຮາກ ກໍຢືນຢັນວ່າ ສະໂມສອນພ້ອມໃຊ້ຕົວ ເລືອກດັ່ງກ່າວແນ່ນອນ ເພື່ອປ້ອງກັນບໍ່ໃຫ້ສະໂມສອນອື່ນມາຍາດຕົວນັກເຕະໄປຮ່ວມທີມແບບບໍ່ມີຄ່າຕົວ.
ເທນ ຮາກ ກ່າວວ່າ : “ ເຮົາພວມເຈລະຈາຕໍ່ສັນຍາສະບັບໃຫມ່ກັບພວກເຂົາ ແຕ່ທຸກຢ່າງຢູ່ໃນການຄວບຄຸມຂອງເຮົາ ເພາະນັກເຕະທຸກຄົນຕ່າງມີຕົວ ເລືອກ ແລະ ເຮົາກໍຈະໃຊ້ຕົວເລືອກທີ່ວ່ານີ້ແນ່ນອນ ”.
ແນວໃດກໍຕາມ ເມື່ອຖືກຖາມວ່າ ຈະມີການຕໍ່ສັນຍາໄລຍະຍາວກັບ ເດ ເຄອາ ທີ່ມີຂ່າວວ່າ ອາດຈະຖືກແມນຢູ ປ່ອຍຈາກທີມຫລືບໍ່ ຜູ້ຈັດການທີມຊາວ ເນເທີແລນ ກໍກ່າວວ່າ : “ ຢ່າງທີ່ຂ້ອຍເວົາ້ໄປແລ້ວ ເຮົາມີຕົວເລືອກ ແລະ ເຮົາກໍຈະໃຊ້ມັນແນ່ນອນ ”.

